Logo Image XYL

ໃນຕອນເຊົ້າຂອງ ວັນທີ 14.11.2024 ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວຫນ້າພະແນກສຶກສາທິການແລະກິລາແຂວງໄຊຍະບູລີ ພ້ອມດ້ວຍພະນັກງານຄູອາຈານພາຍໃນພະແນກ ໄດ້ອຸທິດທານ ຕົ້ນໂພເງິນ ຕົ້ນໂພຄຳ ແລະ ເງິນຈຳນວນຫນຶ່ງ ໃນງານບຸນສົມໂພດພະຫໍຫລັກເມືອງໄຊຍະບູລີ ປະ​ຈຳ​ປີ 2024.
Featured

ງານບຸນສົມໂພດພະຫໍຫລັກເມືອງໄຊຍະບູລີ ປະ​ຈຳ​ປີ 2024

ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ວັນວິທະຍາສາດແຫ່ງຊາດຄົບຮອບ 37 ປີ ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງຄູທີ່ມີຕໍ່ປະເທດຊາດ ດັ່ງນັ້ນໃນວັນທີ 4 ຕຸລາ 2024 ນີ້ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994 - 7 ຕຸລາ 2024) ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ (12 ຕຸລາ 1987 – 12 ຕຸລາ 2024) ຂຶ້ນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີການນໍາຂັ້ນແຂວງ, ຄູອາວຸໂສນໍານານ, ຫົວໜ້າ - ຮອງຫົວໜ້າພະແນກການ, ກົມກອງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງແຂວງ, ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນ-ນັກສຶກສາເຂົ້າຮ່ວມ.
Featured

ສະເຫຼີມພິ​ທີສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ວັນວິທະຍາສາດແຫ່ງຊາດຄົບຮອບ 37 ປີ

ພະແນກສຶກສາທິການ ແລະ ກິລາແຂວງ