ກອງປະຊຸມໃຫຍ່ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຄັ້ງທີ III
ກອງປະຊຸມໃຫຍ່ຜູ້ແທນ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ຄັ້ງທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 11 ມັງກອນ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ອິນທິ ຈັນປະເສີດເຮີ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ເພັດພິໄຊ ສູນວິໄລ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ສະຫາຍ ນາງ ໄກຍະສອນ ສີດາ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະປະຕິບັດງານຂອງແຂວງ, ອາດີດການນໍາຂອງຄະນະພັກຮາກຖານ, ມີຄະນະພັກຮາກຖານ, ເລຂາ, ຮອງເລຂາ, ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ອິນທິ ຈັນປະເສີດເຮີ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີທີ່ເປັນຜົນງານ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຊີ້ນໍາ-ນໍາພາຂອງຄະນະພັກຕະຫຼອດໄລຍະຜ່ານມາ ພ້ອມກຳນົດທິດທາງແຜນການໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ, ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ເປັນຮາກຖານພັກໜຶ່ງທີ່ຂຶ້ນກັບ ແລະ ຢູ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະປະຈໍາພັກແຂວງ, ເປັນເສນາທິການໂດຍກົງ ໃຫ້ແກ່ການນໍາຂອງແຂວງ ກ່ຽວກັບການປະຕິບັດຍຸດທະສາດພັດທະນາຊັບພະຍາກອນມະນຸດ, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຄຸ້ມຄອງສະຖານສຶກສາ-ກິລາ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ປະກົດຜົນເປັນຈິງ; ຂອບເຂດການນໍາພາຂອງຄະນະພັກຮາກຖານ ກວມເອົາ 10 ຂະແໜງ, 03 ສູນ, 04 ໂຮງຮຽນອ້ອມຂ້າງແຂວງ, ປະກອບມີ 8 ໜ່ວຍພັກທີ່ຂຶ້ນກັບ, ມີຄະນະພັກຮາກຖານ 7 ສະຫາຍ, ຄະນະກວດກາ 2 ສະຫາຍ, ມີສະມາຊິກພັກທັງໝົດ 258 ສະຫາຍ, ຍິງ 115 ສະຫາຍ, ສໍາຮອງ 5 ສະຫາຍ; ຜ່ານການກວດກາແບ່ງປະເພດຄະນະພັກຮາກຖານ, ໜ່ວຍພັກ, ສະມາຊິກ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ຕາມ 5 ເນື້ອໃນ ໄລຍະ 5 ປີ ຜ່ານມາ ສາມາດແບ່ງປະເພດສະມາຊິກພັກ ໄດ້ປະເພດແຂງ 256 ສະຫາຍ, ຍິງ 114 ສະຫາຍ, ບໍ່ໄດ້ແບ່ງ 2 ສະຫາຍ, ປະເພດພະນັກງານ- ລັດຖະກອນ ໄດ້ປະເພດດີ 65 ສະຫາຍ, ຍິງ 32 ສະຫາຍ, ປະເພດຂະແໜງການ ໄດ້ປະເພດ ແຂງ , 3 ອົງການຈັດຕັ້ງມະຫາຊົນ ໄດ້ປະເພດ ແຂງ, ໜ່ວຍພັກ ໄດ້ປະເພດແຂງ 8 ໜ່ວຍພັກ, ປະເພດຄະນະພັກຮາກຖານ ໄດ້ປະເພດ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຈາກນັ້ນ ຄະນະພັກຊຸດເກົ່າໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມພ້ອມທັງກ່າວລາໜ້າທີ່, ປະທານໄດ້ຜ່ານເງື່ອນໄຂຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະໜັກ 13 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 9 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ອິນທີ ຈັນປະເສີດເຮີ ເປັນເລຂາຄະນະພັກຮາກຖານ, ສະຫາຍ ບຸນທະວີ ໂສພາ ເປັນຮອງເລຂາ, ເລືອກເອົາ ສະຫາຍ ຈັນທະວີ ວັນນະພາຜົນ ເປັນປະທານຄະນະກວດກາ, ສະຫາຍ ປະນົມພອນ ມະຫາໄຊ ເປັນຮອງປະທານຄະນະກວດກາ ພ້ອມດ້ວຍຄະນະຄົບຊຸດ. ພ້ອມນີ້ໃນກອງປະຊຸມ ສະຫາຍ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 8 ໜ່ວຍພັກທີ່ຂຶ້ນກັບ, ຈາກນັ້ນ ຄະນະພັກຊຸດໃໝ່, ຕາງໜ້າຂະແໜງການ ແລະ ອົງການຈັດຕັ້ງ ກໍ່ໄດ້ພ້ອມກັນຂຶ້ນຈັບມືແຂ່ງຂັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນໄລຍະໃໝ່ຕື່ມອີກ.
