ກອງປະຊຸມໃຫຍ່ຜູ້ແທນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ຄັ້ງທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ພິມພອນ ສີຈະເລີນ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ຄໍາຜິວ ພັນທະວົງ ກໍາມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫາຍ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາ ແລະ ກິລາແຂວງໄຊຍະບູລີ, ມີບັນດາແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກພາຍໃນພະແນກເຂົ້າຮ່ວມ.
ສະຫາຍ ນາງ ພິມພອນ ສີຈະເລີນ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກບາງຕອນສະຫາຍໄດ້ກ່າວວ່າ: ສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ແມ່ນສະຫະພັນແມ່ຍິງຮາກຖານເອກະລາດເຄື່ອນໄຫວພາຍໃຕ້ການນຳພາ - ຊີ້ນຳໂດຍກົງຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ, ມີສະມາຊິກສະຫະພັນແມ່ຍິງທັງໝົດ 349 ສະຫາຍ, ມີພາລະບົດບາດໃນການສຶກສາອົບຮົມການເມືອງ - ແນວຄິດໃຫ້ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານ, ເຄື່ອນໄຫວ ແລະ ປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທາງດ້ານການເມືອງ ແລະ ເຮັດໜ້າທີ່ເປັນເສນາທິການໂດຍກົງ ແລະ ຮອບດ້ານໃຫ້ແກ່ຄະນະພັກຮາກຖານ, ເຕົ້າໂຮມຄວາມສາມັກຄີເອື້ອຍນ້ອງເເມ່ຍິງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ສົ່ງເສີມບົດບາດຍິງ-ຊາຍ, ອະນຸລັກຮັກສາມູນເຊື້ອວັດທະນະທຳອັນດີງາມຂອງແມ່ຍິງລາວ.ໄດ້ເຜີຍແຜ່ເຊື່ອມຊຶມເອກະສານມູນເຊື້ອປະຫວັດສາດຂອງຊາດ, ຂອງພັກ, ມູນເຊື້ອວັດທະນະທໍາອັນດີງາມຂອງຊາດ, ຂອງແມ່ຍິງລາວ, ລັດຖະທໍາມະນູນ, ກົດໝາຍ, ກົດລະບຽບສະຫະພັນແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ - ຊາຍ, ແນວທາງການຕ່າງປະເທດ, ວຽກງານເສດຖະກິດ - ສັງຄົມ, ບັນດາສົນທິສັນຍາສາກົນທີ່ພົວພັນເຖິງສິດ, ຜົນປະໂຫຍດອັນຊອບທໍາຂອງແມ່ຍິງແລະເດັກ, ນິຕິກໍາ ແລະ ເອກະສານສໍາຄັນອື່ນໆໄດ້. ວຽກງານນະໂຍບາຍຍ້ອງຍໍ ສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງໄດ້ຮັບການເອົາໃຈໃສ່ນໍາພາ-ຊີ້ນໍາຈາກຄະນະພັກ-ອົງການປົກຄອງໃນການປະຕິບັດໜ້າທີ່, ຄະນະພະແນກໄດ້ຕິດຕາມ, ກວດກາ, ເກັບກໍາຂໍ້ມູນເພື່ອຄົ້ນຄວ້າຊອກໃຫ້ເຫັນ ບຸກຄົນທີ່ມີຜົນງານດີເດັ່ນໄດ້ຮັບຫຼຽນໄຊ, ຫຼຽນກາ ແລະ ການຍ້ອງຍໍ, ຊົມເຊີຍປະເພດຕ່າງໆຄື: ໄດ້ຫຼຽນກາແຮງງານຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບວຽກງານ 3 ສ້າງໃນໄລຍະ 5 ປີ (2016-2020), ຍ້ອງຍໍລັດຖະບານຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບວຽກງານ 3 ສ້າງໃນໄລຍະ 5 ປີ (2016-2020) ຂັ້ນລັດຖະບານ; ຍ້ອງຍໍຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີສະໄໝທີVII (2016-2020) ຂອງສະຫະພັນແມ່ຍິງ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວຈັດຕັ້ງເຜີຍແຜ່ເອກະສານຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ມີການປະເມີນຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ. ຜ່ານການປະເມີນແລະຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດຄັດເລືອກບຸກຄົນ 3 ດີປະເພດI ຈຳນວນ 188 ສະຫາຍກວມ 100 %. ສະມາຊິ 349 ສະຫາຍ, ພົນລະເມືອງດີ 188 ສະຫາຍເທົ່າ 100 %. ພັດທະນາດີ 188 ສະຫາຍເທົ່າ 100 %. ສ້າງຄອບຄົວດີ 188 ສະຫາຍ ເທົ່າ 100 %. ໄດ້ຮັບນາມມະຍົດເປັນສະຫະພັນແມ່ຍິງຮາກຖານ 3 ດີ. ຈາກນັ້ນ ກອງປະຊຸມຄະນະປະທານຮາກຖານຊຸດເກົ່າໄດ້ຂຶ້ນຜ່ານບົດສຳຫຼວດການນຳພາພ້ອມທັງກ່າວລາໜ້າທີ່. ປະທານກອງປະຊຸມໄດ້ຜ່ານມາດຖານເງື່ອນໄຂຜູ້ສະໜັກເຊິ່ງມີຜູ້ສະໜັກ 9 ສະຫາຍ ເລືອກເອົາ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະສັນກັນ ປ່ອນບັດຄັດເລືອກ ເອົາສະຫາຍ ນາງ ພິມພອນ ສີຈະເລີນ ເປັນປະທານສະຫະພັນແມ່ຍິງຮາກຖານ, ສະຫາຍ ນາງ ພອນມະນີ ທໍາມະຈັນ ເປັນຮອງປະທານ ທັງເປັນປະທານກວດກາ ພ້ອມດ້ວຍຄະນະຄົບຊຸດ.