ກອງປະຊຸມໃຫຍ່ ຄັ້ງທີ II ຂອງສະມາຊິກສະຫະພັນແມ່ຍິງໜ່ວຍຈັດຕັ້ງ-ກວດກາ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 03 ກັນຍາ 2024 ນີ້ ທີ່ຫ້ອງປະຊຸມສູນ IT ໂດຍການເປັນປະທານຂອງ ສະຫາຍ ນາງ ເພັດສະຫວັນ ພະດວງເດດ ຫົວຫນ້າຫນ່ວຍສະຫະພັນແມ່ຍິງໜ່ວຍຈັດຕັ້ງ-ກວດກາ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ນາງ ພຸດສະດີ ສາຍທອງມະນີ ຮັກສາການເລຂາໜ່ວຍພັກຈັດຕັ້ງ-ກວດກາ, ສະຫາຍ ນາງ ພີມພອນ ສີຈະເລີນ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍດັ່ງກ່າວເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ນາງ ເພັດສະຫວັນ ພະດວງເດດ ຫົວຫນ້າຫນ່ວຍສະຫະພັນແມ່ຍິງໜ່ວຍຈັດຕັ້ງ-ກວດກາ,ໄດ້ສັງເກດຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໜ່ວຍສະຫະພັນແມ່ຍິງ ຈັດຕັ້ງ-ກວດກາ ຜ່ານມາແຕ່ປີ 2019-2024 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໜ່ວຍສະຫະພັນແມ່ຍິງຈັດຕັ້ງ-ກວດກາ ມີສະມາຊິກທັງໝົດ 14 ສະຫາຍ ໃນນີ້ ມີຄະນະ 2 ສະຫາຍ. ມີບົດບາດໃນການສຶກສາອົບຮົມການເມືອງແນວຄິດໃຫ້ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ ປະຕິບັດແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດ, ມະຕິຄໍາສັ່ງ ແລະ ກົດລະບຽບຂອງແມ່ຍິງລາວວາງອອກຢ່າງເຂັ້ມງວດ ໃນແຕ່ລະໄລຍະຢ່າງຕໍ່ເນື່ອງ ອັນໄດ້ເຮັດໃຫ້ສະມາຊິກສະຫະພັນແມ່ຍິງ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ ມີຄຸນສົມບັດສິນທໍາປະຕິບັດອັນສູງສົ່ງເຊື່ອໝັ້ນຕໍ່ແນວທາງ ແລະ ການນໍາພາຂອງພັກ ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ການເມືອງ ແລະ ດ້ານວິຊາສະເພາະໄດ້ເປັນຢ່າງດີ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ 01 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 14 ສະຫາຍ, ຜ່ານການປະເມີນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດຄັດເລືອກບຸກຄົນ 3 ດີ ປະເພດ I ຈໍານວນ 14 ສະຫາຍ ກວມ 100% , ພ້ອມນີ້ຍັງ ໄດ້ນາມມະຍົດເປັນໜ່ວຍສະຫະພັນແມ່ຍິງ 3 ດີ, ຈາກນັ້ນ ຄະນະໜ່ວຍຊຸດເກົ່າໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມພ້ອມທັງກ່າວລາໜ້າທີ່ ປະທານກອງປະຊຸມໄດ້ຜ່ານມາດຖານເງື່ອນໄຂຜູ້ສະໜັກຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະສັນກັບຮັບຮອງເອົາ ສະຫາຍ ນາງ ພອນມະນີ ທຳມະຂັນ ເປັນປະທານຮັບຜິດຊອບຊີ້ນຳລວມ, ສະຫາຍ ນາງ ອໍລະໄທ ພົມປັນຍາ ເປັນຮອງ ທັງເປັນປະທານກວດກາ ຮັບຜິດຊອບວຽກຂະບວນການ, ສະຫາຍ ນາງ ສິງສາວາລິນ ສອນພັນ ເປັນຄະນະປະທານ ຮັບຜິດຊອບວຽກສະຖິຕິ, ເສດຖະກິດ. ພ້ອມນີ້ໃນກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍໃຫ້ເອື້ອຍນ້ອງແມ່ຍິງທີ່ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຈໍານວນ 14 ສະຫາຍ ໃຫ້ກຽດມອບໂດຍ ສະຫາຍ ນາງ ພີມພອນ ສີຈະເລີນ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນຮາກຖານພະແນກສຶກສາທິການ ແລະ ກິລາແຂວງ.
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ພີມພອນ ສີຈະເລີນ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ທາງໜ່ວຍສະຫະພັນແມ່ຍິງ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ເໜັ້ນໜັກໃຫ້ຄະນະໜ່ວຍເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ກັບສະມາຊິກສະຫະພັນແມ່ຍິງ ມີຄວາມໜັກແໜ້ນເຂັ້ມແຂງຕ້ານໄດ້ແນວຄິດມັກງ່າຍ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມໂປ່ງໃສ ແລະ ຊື່ສັດບໍລິສຸດ, ເພື່ອຮັກສານາມມະຍົດແມ່ຍິງ 3 ດີສືບຕໍ່ຜັນຂະຫຍາຍເນື້ອໃນຂອງກອງປະຊຸມເພື່ອໜູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບໜາກຜົນດີ.
Featured