Logo Image XYL

Featured

ສະຫະພັນກໍາມະບານພະແນກສຶກສາທິການ ແລະ ກິລາແຂວງຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວຄົບຮອບ 69 ປີ

30.1.25

ໃນວັນທີ 30 ມັງກອນ 2025 ນີ້, ສະຫະພັນກຳມະບານພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ (01 ກຸມພາ 1956 -01 ກຸມພາພາ 2025) ຂື້ນ ໂດຍໄດ້ແບ່ງ ພິທີປາຖະກະຖາ ອອກເປັນ 2 ຈຸດ ແລະ 2 ຕອນ ຄື: ຈຸດທີ່ 1 ໄດ້ຈັດຂຶ້ນຕອນເຊົ້າ ເວລາ 8:00-12:00 ທີ່ຫ້ອງປະຊຸມໃຫ່ຍພະແນກສຶກສາທິການ ແລະ ກິລາແຂວງ; ລວມມີ 6 ໜ່ວຍ ຄື: ໜ່ວຍກຳມະບານ ບໍລິຫານ-ການເງິນ, ໜ່ວຍກຳມະບານຈັດຕັ້ງກວດກາ, ໜ່ວຍກຳມະບານວິຊາການ, ໜ່ວຍກຳມະບານ ກິລາກາຍຍະກຳ ແລະ ສິລະປະສຶກສາ, ໜ່ວຍກຳມະບານ ມສ ໄຊຍະບູລີ ແລະ ໜ່ວຍກຳມະບານ ມສ ສົງ ເຂົ້າຮ່ວມ; ຈຸດທີ 2 ໄດ້ຈັດຂື້ນຕອນບ່າຍ ເວລາ 14:00-16:00 ທີ່ຫ້ອງປະຊຸມໂຮງຮຽນ ມສ ຊົນເຜົ່າ ລວມມີ 2 ໜ່ວຍ ຄື: ໜ່ວຍກຳມະບານໂຮງຮຽນ ມສ ຊົນເຜົ່າ ແລະ ໜ່ວຍກຳມະບານໂຮງຮຽນວິຊາຊີບແບບປະສົມແຂວງໄຊຍະບູລີ ເຂົ້າຮ່ວມ. ໃຫ້ກຽດເປັນປະທານ ພ້ອມທັງໃຫ້ກຽດປາຖະກະຖາໂດຍ ສະຫາຍ ຄຳຜຸຍ ອິນທະບັນດິດ ປະທານສະຫະພັນກຳມະບານແຂວງ, ມີຄະນະພັກຮາກຖານ, ຄະນະບໍລິຫານງານສະຫະພັນກຳມະບານ, ປະທານກຳມະບານ, ຮອງປະທານກຳມະບານ, ຄະນະໜ່ວຍ ພ້ອມດ້ວຍສະມາຊິກກຳມະບານ ເຂົ້າຮ່ວມທັງໝົດ 262 ສະຫາຍ, ຍິງ 147 ສະຫາຍ.
ໃນພິທີ ສະຫາຍ ຄຳຜຸຍ ອິນທະບັນດິດ ປະທານສະຫະພັນກຳມະບານແຂວງ ໄດ້ປາຖະກະຖາຂື້ນ ໂດຍສະຫາຍ ໄດ້ຍົກໃຫ້ເຫັນເຖີງມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ໂດຍພາຍໃຕ້ການປົກຄອງຂອງພວກລ່າເມືອງຂື້ນຝຮັ່ງ, ກຳມະບານລາວແມ່ນຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງ, ພວກເຂົາບັງຄັບໃຫ້ກຳມະກອນລາວ ອອກແຮງງານ 14-16 ຊົ່ວໂມງ ຕໍ່ ມື້, ອອກແຮງງານຫຼາຍແຕ່ໃຫ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ໄລ່ອອກການໂດຍບໍ່ມີເຫດຜົນ, ຖືກທຸບຕີທໍລະມານຢ່າງແສນສາຫັດຈາກພວກນາຍທຶນ, ການອອກແຮງງານບໍ່ມີຄວາມປອດໄພ ຊີວິດການເປັນຢູ່ຂອກໍາມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າພົບກັບຄວາມອຶດຢາກຂາດແຄນ, ບໍ່ໄດ້ຮັບຄວາມເປັນທໍາ, ຂາດສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລທາງດ້ານສະຫວັດດີການສັງຄົມ, ປະຊາຊົນລາວບໍ່ໄດ້ຮັບການສຶກສາຮໍ່າຮຽນ ແລະ ອື່ນໆ. ໂດຍພາຍໃຕ້ການຊີ້ນໍາ - ນໍາພາຂອງພັກປະຊາຊົນລາວ ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີ ມະຕິຕົກລົງສ້າງຕັ້ງຫ້ອງການກໍາມະບານຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນ ແຂວງ ຫົວພັນ ແລະ ໄດ້ມອບໝາຍໃຫ້ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ, ມາໃນປີ 1966 – 1975 ສູນກາງພັກໄດ້ຕົກລົງປັບປຸງການຈັດຕັ້ງກໍາມະບານລາວຕື່ມອີກ ແລະ ມອບໝາຍໃຫ້ ສະຫາຍ ໜູຮັກ ພູມສະຫວັນ ເປັນຜູ້ຮັບຜິດຊອບ ໂດຍພາຍໃຕ້ການຊີ້ນໍາຂອງສູນກາງພັກ ເພື່ອສືບຕໍ່ໃນພາລະກິດປະຕິວັດ ແລະ ປົດປ່ອຍປະເທດຊາດຢ່າງສົມບູນ, ອົງການກໍາມະບານໄດ້ຮັບການສ້າງຕັ້ງຂຶ້ນຢູ່ຕາມຫົວໜ່ວຍການຜະລິດ, ຕາມສຳນັກງານອົງການຂອງລັດ, ໂຮງຮຽນ, ໂຮງໝໍ, ໜ້າທີ່ຕົ້ນຕໍແມ່ນຖືເອົາການໂຄສະນາສຶກສາອົບຮົມການປະຕິບັດແນວທາງນະໂຍບາຍຂອງພັກແຕ່ລະໄລຍະເປັນເນື້ອໃນຂອງການເຄື່ອນໄຫວ ເຮັດທຸກຢ່າງເພື່ອຮັບໃຊ້ແນວໜ້າ, ເຂົ້າຮ່ວມການກໍ່ສ້າງກໍາລັງໃນກົມກອງທ້ອງຖິ່ນຕ່າງໆ ໂດຍຢຶດໝັ້ນແນວທາງນະໂຍບາຍຂອງພັກຕາມຄໍາ ຂວັນ “ ສັນຕິພາບ, ເອກະລາດ, ປະຊາ ທິປະໄຕ ແລະ ເອກະພາບ “ ແລະ ຍາດເອົາໄຊຊະນະມາໄດ້ຢ່າງສົມບູນໃນ ທົ່ວປະເທດ ໃນປີ 1975.
ໃນຕອນທ້າຍ ສະຫາຍ ຄຳຜຸຍ ອິນທະບັນດິດ ປະທານສະຫະພັນກຳມະບານແຂວງ ກໍ່ຍັງໄດ້ຍົກໃຫ້ເຫັນເຖິງຜົນງານທີ່ພົ້ນເດັ່ນຂອງສະຫະພັນກຳມະບານລາວ ກໍ່ຄືຜົນງານທີ່ພົ້ນເດັ່ນຂອງສະຫະພັນກຳມະບານພະແນກສຶກສາທິການ ແລະ ກິລາແຂວງ ໃນໄລຍະ 01 ປີຜ່ານມາ ເຊິ່ງໄດ້ມີການນຳພາ-ຊີ້ນຳ ບັນດາວຽກງານກຳມະບານຮອບດ້ານຢ່າງເລິກເຊິ່ງຈາກຄະນະສະຫະພັນກຳມະບານແຂວງ ແລະ ສະແດງອອກໃນວຽກໂຄສະນາສຶກສາອົບຮົມການເມືອງແນວຄິດ,ວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ແລະ ວຽກງານປົກປ້ອງແຮງງານໃຫ້ບັນດາພະນັກງານ,ກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈກ່ຽວກັບ ລະບຽບ,ກົດໝາຍຂອງກຳມະບານລາວຢ່າງແທ້ຈິງ.

ພະແນກສຶກສາທິການ ແລະ ກິລາແຂວງ