Logo Image XYL

Featured

ສໍາເລັດການສອບເສັງແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາຂັ້ນ ປ5, ມ4, ແລະ ມ7 ລະດັບແຂວງ ປະຈໍາປີ 2024-2025

6.3.2015

ການແຂ່ງຂັນສອບເສັງນັກຮຽນເກັ່ງສາຍສາມັນສຶກສາ ປ5, ມ4, ແລະ ມ7 ທົ່ວແຂວງໄຊຍະບູລີທີ່ດໍາເນີນມາເປັນເວລາ 3 ວັນ ໃນຕອນເຊົ້າວັນທີ 5 ມີນາ 2025 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼຸບ ການແຂ່ງຂັນສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ປ5, ມ4 ແລະ ມ7 ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ສູນ, ຄູ-ອາຈານ, ພ້ອມດ້ວຍນ້ອງນັກຮຽນເກັ່ງເຂົ້າຮ່ວມ.
ການສອບເສັງ ນັກຮຽນເກັ່ງລະດັບແຂວງ ສົກຮຽນ 2024-2025 ລວມມີ 11 ເມືອງ ແລະ 1 ຫ້ອງພອນສະຫວັນເຂົ້າຮ່ວມ ມີນັກສອບເສັງທັງໝົດ 140 ນ້ອງ, ຍິງ 95 ນ້ອງ, ມີສາມະເນນ 1 ອົງ.ແບ່ງອອກເປັນ 3 ຊັ້ນຮຽນປະກອບມີຄື: ຊັ້ນປະຖົມສຶກສາ (ປ5) ມີ 3 ວິຊາຄື: ພາສາລາວ, ຄະນິດສາດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນມັດທະຍົມສຶກສາຕອນຕົ້ນ(ມ4) ມີ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ,ຟຊິກສາດ ແລະ ເຄມີສາດ, ຊັ້ນມັດທະຍົມຕອນປາຍ (ມ7) ມີ 4 ວິຊາຄື: ວິຊາພາສາລາວ-ວັນຄະນະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ. ຜ່ານການສອບເສັງແຂ່ງຂັນຖາມ-ຕອບ ຄວາມຮູ້ວິທະຍາສາດ ຊັ້ນປະຖົມສຶກສາ ອັນດັບທີ 1 ໄດ້ແກ່ ເມືອງແກ່ນທ້າວ, ອັນດັບ 2 ເມືອງຫົງສາ, ອັນດັບ 3 ໄດ້ແກ່ ເມືອງໄຊຍະບູລີ, ຊັ້ນມັດທະຍົມສຶກສາ ອັນດັນ 1 ໄດ້ແກ່ ຫ້ອງພອນສະຫວັນຂອງແຂວງ, ອັນດັນ 2 ໄດ້ແກ່ ເມືອງແກ່ນທ້າວ, ອັນດັນ 3 ໄດ້ແກ່ ເມືອງເງິນ, ຜົນການສອບເສັງນັກຮຽນເກັ່ງ ຊັ້ນປະຖົມສຶກສາ ວິຊາ: ພາສາລາວ ທີ 1 ໄດ້ແກ່ ນາງ ຈັນນາລີ ພັນທະເນດ ມາຈາກໂຮງຮຽນປະຖົມເມືອງພຽງ, ທີ 2 ທ້າວ ຊີນາທິບ ສຸນາເຄນ ມາຈາກໂຮງຮຽນປະຖົມນະພັດສອນເມືອງແກ່ນທ້າວ, ທີ 3 ນາງ ທິບດາວັນ ນັນຕະລັດ ມາຈາກໂຮງຮຽນປະຖົມບ້ານລັບເມືອງຊຽງຮ່ອນ, ວິຊາ ຄະນິດສາດ ທີ 1 ນາງ ໄໝເງິນ ສຸກຜາລີ ມາຈາກໂຮງຮຽນປະຖົມນະພັດສອນ ເມືອງແກ່ນທ້າວ, ທີ 2 ນາງ ໂນວາ ໄຊຍະວົງສອນ ມາຈາກໂຮງຮຽນປະຖົມສະຖານ ເມືອງຄອບ, ທີ 3 ທ້າວ ດວງພະຈັນ ບົວມະນີຈັນ ມາຈາກໂຮງຮຽນປະຖົມເມືອງໄຊຍະບູລີ, ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ທີ 1 ນາງ ລຸ້ງລະດາ ຈະເລີນຄູນ ມາຈາກໂຮງຮຽນປະຖົມນະພັດສອນເມືອງແກ່ນທ້າວ, ທີ 2 ນາງ ແອ່ນນີ່ ພິພັດເສລີ ມາຈາກໂຮງຮຽນປະຖົມສີມຸງຄຸນເມືອງໄຊຍະບູລີ, ທີ 3 ນາງ ຂວັນຕາ ພັນທະວົງ ມາຈາກໂຮງຮຽນປະຖົມດົງເງິນ ເມືອງພຽງ, ຊັ້ນມັດທະຍົມຕອນຕົ້ນ (ມ4) ວິຊາ ພາສາລາວ-ວັນນະຄະດີ ທີ 1 ທ້າວ ອະພິຊາ ບົວທອງ ມາຈາກໂຮງຮຽນ ມສ ເອກະພາບ ເມືອງໄຊຍະບູລີ, ທີ 2 ນາງ ຫຼ້າໂມ ແສນສະຫວັດ ມາຈາກໂຮງຮຽນ ມສ ພັດທະນາ ເມືອງໄຊຍະບູລີ, ທີ 3 ນາງ ວິລະດາ ທິບສົມບູນ ມາຈາກໂຮງຮຽນ ມສ ເມືອງເງິນ, ວິຊາຄະນິດສາດ ທີ 1 ທ້າວ ຄໍາພາ ຈັນສຸກ ມາຈາກໂຮງຮຽນ ມສ ໄຊຍະບູລີ, ທີ 2 ນາງ ດວງດີ ບຸນມີ ມາຈາກໂຮງຮຽນ ມສ ນາຕານ ເມືອງພຽງ, ທີ 3 ນາງ ບຸດສະດາ ໄຊຍະພອນ ມາຈາກໂຮງຮຽນ ມສ ເມືອງຄອບ, ວິຊາ ຟີຊິກສາດ ທີ 1 ນາງ ມຸກທິດາ ແສງພະວົງ ມາຈາກໂຮງຮຽນ ມສ ເມືອງຫົງສາ, ທີ 2 ນາງ ທິບເກສອນ ດວງດີ ມາຈາກໂຮງຮຽນ ມສ ມິຕະພາບ ເມືອງໄຊຍະບູລີ, ທີ 3 ທ້າວ ໄພວາ ແກ້ວວົງລັດ ມາຈາກໂຮງຮຽນ ມສ ເມືອງທົ່ງມີໄຊ, ວິຊາ ເຄມີສາດ ທີ 1 ນາງ ແສງອໍາພອນ ວັດທະນະທໍາ ມາຈາກໂຮງຮຽນ ມສ ເມືອງພຽງ, ທີ 2 ນາງ ວາເລັນນາ ອິນສະແຫວງ ມາຈາກໂຮງຮຽນ ມສ ເມືອງເງິນ, ທີ 3 ນາງ ໄມເຢ່ຍ ທໍ່ ມາຈາກໂຮງຮຽນ ມສ ນາປຸ່ງ ເມືອງຫົງສາ, ຊັ້ນມັດທະຍົມຕອນປາຍ ວິຊາ ພາສາລາວ-ວັນນະຄະດີ ທີ 1 ທ້າວ ໂກ ມິດຕະພາບ ມາຈາກໂຮງຮຽນ ມສ ນາແວນ ເມືອງພຽງ, ທີ 2 ນາງ ພິມໃຈ ສີທະປັນຍາ ມາຈາກໂຮງຮຽນ ມສ ເມືອງຫົງສາ, ທີ 3 ທ້າວ ຫຸມພັນ ມະນີວັນ ມາຈາກໂຮງຮຽນ ມສ ເອກະພາບ ເມືອງໄຊຍະບູລີ, ວິຊາ ຄະນິດສາດ ທີ 1 ທ້າວ ຢີ ວ້າ ມາຈາກໂຮງຮຽນ ມສ ທົ່ງກາບ ເມືອງຊຽງຮ່ອນ, ທີ 2 ທ້າວ ສຸລິນທອນ ພົມມະແກ້ວ ມາຈາກໂຮງຮຽນ ມສ ໄຊຍະບູລີ(ຫ້ອງພອນສະຫວັນ), ທີ 3 ທ້າວ ເຢຍ ເຮີ ມາຈາກໂຮງຮຽນ ມສ ບ້ານທອງ ເມືອງເງິນ, ວິຊາ ຟີຊິກສາດ ທີ 1 ນາງ ນາບຸນ ຈີນດາ ມາຈາກໂຮງຮຽນ ມສ ເມືອງທົ່ງມີໄຊ, ທີ 2 ທ້າວ ທາດແຈ້ງ ຊົງ ມາຈາກໂຮງຮຽນ ມສ ທົ່ງກາບ ເມືອງຊຽງຮ່ອນ, ທີ 3 ທ້າວ ແບ່ງ ແສງມະນີ ມາຈາກໂຮງຮຽນ ມສ ບ້ານຫານເມືອງຫົງສາ, ວິຊາເຄມີສາດ ທີ 1 ນາງ ຫົງທິດາ ພັນລັກທໍາ ມາຈາກໂຮງຮຽນ ມສ ເມືອງຫົງສາ, ທີ 2 ທ້າວ ຄຶ ຮາ ມາຈາກໂຮງຮຽນ ມສ ປາງໄຮ ເມືອງຄອບ, ທີ 3 ນາງ ສົມພອນ ຄະນະຕິບ ມາຈາກໂຮງຮຽນ ມສ ເມືອງເງິນ. ຈາກນັ້ນ ຄະນະປະທານ, ແຂກທີ່ຖືກເຊີນ ໄດ້ຜັດປ່ຽນກັນຂຶ້ນມອບຂອງຂວັນລາງວັນແຕ່ລະປະເພດຕື່ມອີກ.

ພະແນກສຶກສາທິການ ແລະ ກິລາແຂວງ