ໃນຕອນເຊົ້າວັນທີ 3 ມີນາ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດການສອບເສັງແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາຂັ້ນ ປ5, ມ4, ແລະ ມ7 ລະດັບແຂວງ ປະຈໍາປີ 2024-2025 ຂຶ້ນ ເປັນກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ, ສູນ, ຄູ-ອາຈານ, ພ້ອມດ້ວຍນ້ອງນັກຮຽນເກັ່ງເຂົ້າຮ່ວມ.
ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ໄດ້ກ່າວວ່າ: ໂດຍປະຕິບັດຕາມແຜນພັດທະນາການສຶກສາ ແລະ ກິລາ ແຂວງ ປະຈຳສົກຮຽນ 2024 - 2025 ປະຕິບັດຄໍາສັ່ງແນະນໍາຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2189/ສສກ, ລົງວັນທີ 28 ສິງຫາ 2024 ວ່າດ້ວຍການຈັດຕັ້ງປະຕິບັດຫຼັກສູດ ສາຍສາມັນສຶກສາ ສົກຮຽນ 2024 - 2025 ແລະ ຄໍາສັ່ງແນະນໍາທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 2323/ສກຂ.ຊຍ, ລົງວັນທີ 28 ສິງຫາ 2024 ກ່ຽວກັບການປະຕິບັດຫຼັກສູດ ສາຍສາມັນສຶກສາ ປະຈຳສົກຮຽນ 2024 - 2025 ແລະ ເພື່ອເປັນ ການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາ ຕິດພັນກັບ 4 ບຸກທະລຸ ໃນນີ້ບຸກທະລຸທາງ ດ້ານການພັດທະນາຊັບພະຍາກອນມະນຸດ ຕາມຄາດໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກໃຫ້ ປະກົດຜົນເປັນຈິງ. ການສອບເສັງ ນັກຮຽນເກັ່ງລະດັບແຂວງ ສົກຮຽນ 2024-2025 ລວມມີ 11 ເມືອງ ແລະ 1 ຫ້ອງພອນສະຫວັນເຂົ້າຮ່ວມ ມີນັກສອບເສັງທັງໝົດ 140 ນ້ອງ ຍິງ 95 ນ້ອງ ໃນນີ້ມີສາມະເນນ 1 ອົງ. ແບ່ງອອກເປັນ 3 ຊັ້ນຮຽນປະກອບມີຄື: ຊັ້ນປະຖົມສຶກສາ (ປ5) ມີ 3 ວິຊາຄື: ພາສາລາວ, ຄະນິດສາດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນມັດທະຍົມສຶກສາຕອນຕົ້ນ(ມ4) ມີ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ,ຟຊິກສາດ ແລະ ເຄມີສາດ, ຊັ້ນມັດທະຍົມຕອນປາຍ (ມ7) ມີ 4 ວິຊາຄື: ວິຊາພາສາລາວ-ວັນຄະນະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ. ຈາກນັ້ນ ຄະນະປະທານພ້ອມດ້ວຍຄູ-ອາຈານທີ່ເຂົ້າຮ່ວມໄດ້ພ້ອມກັນຕັດຫົວບົດສອບເສັງຕື່ມອີກ.
Featured