Logo Image XYL

Featured

ສະເຫຼີມພິ​ທີສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ວັນວິທະຍາສາດແຫ່ງຊາດຄົບຮອບ 37 ປີ

96be8fb3 1a39 475d bc8f dd8f6a140c75 1

ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ວັນວິທະຍາສາດແຫ່ງຊາດຄົບຮອບ 37 ປີ
ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງຄູທີ່ມີຕໍ່ປະເທດຊາດ ດັ່ງນັ້ນໃນວັນທີ 4 ຕຸລາ 2024 ນີ້ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994 - 7 ຕຸລາ 2024) ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ (12 ຕຸລາ 1987 – 12 ຕຸລາ 2024) ຂຶ້ນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີການນໍາຂັ້ນແຂວງ, ຄູອາວຸໂສນໍານານ, ຫົວໜ້າ - ຮອງຫົວໜ້າພະແນກການ, ກົມກອງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງແຂວງ, ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນ-ນັກສຶກສາເຂົ້າຮ່ວມ.WhatsApp Image 2024 09 20 at 08.18.39
ໃນພິທີຜູ້ເຂົ້າຮ່ວມ ໄດ້ຮັບຊົມການສະແດງສີລະປະ-ວັນນະຄະດີ ຂອງນ້ອງນ້ອຍນັກຮຽນ ຈໍານວນ 3 ລາຍການ ຈາກນັ້ນ ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານການກະກຽມສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ. ໃນພິທີອັນມີຄວາມໝາຍສໍາຄັນນີ້ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດປາໄສ ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນສໍາຄັນດັ່ງກ່າວ ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ຜ່ານໄລຍະປະຫວັດສາດຂອງລະບອບສັງຄົມມະນຸດຄົນເຮົາໄດ້ພັດທະນາຕົນເອງໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ເຮັດໃຫ້ມະນຸດມີການປ່ຽນແປງຈາກລະບອບສັງຄົມນີ້ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດແຫ່ງການປ່ຽນແປງດັ່ງກ່າວ ການປະຕິບັດໜ້າທີ່ຂອງຄູ ແມ່ນປັດໃຈໜຶ່ງທີ່ຊຸກຍູ້ໃຫ້ເກີດການປ່ຽນແປງລະບອບສັງຄົມ ທີ່ບໍ່ມີໃຜປະຕິເສດໄດ້ ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຍົກບັນຫາວ່າ “ຄົນແນວໃດຈຶ່ງເອີ້ນວ່າຄູ” ຄູໝາຍເຖິງຜູ້ປະຕິບັດໜ້າທີ່ສິດສອນ, ທີ່ມີຄວາມຮູ້, ມີປະສົບການ, ສາມາດຖ່າຍຖອດຄວາມຮູ້ໄປສູ່ຜູ້ອື່ນ. ຂະບວນການສົ່ງຄວາມຮູ້ຈາກຜູ້ຮູ້ໄປສູ່ຜູ້ບໍໍ່ທັນຮູ້ ເອີ້ນວ່າ ການສອນ - ການຮຽນ ໝາຍຄວາມວ່າ: ຄູຄືຜູ້ໃຫ້ຄວາມຮູ້, ໃຫ້ໂອກາດ, ໃຫ້ຄວາມຄິດ, ໃຫ້ແນວທາງຊີວິດ,ໃຫ້ກໍາລັງໃຈ, ໃຫ້ການຊ່ວຍເຫຼືອ ແລະ ຊີ້ສ່ອງທາງເດີນໃຫ້ແກ່ ຜູ້ຮຽນ (ລູກສິດ) ເດີນໄປໃນທາງທີ່ຖືກຕ້ອງ ເພື່ອໃຫ້ສາມາດເພິ່ງຕົນເອງ, ກຸ້ມຕົນເອງ, ດໍາລົງຊີວິດຢ່າງມີຄວາມສຸກໃນສັງຄົມ ແລະ ປະກອບສ່ວນໃນການສ້າງສາພັດທະນາບ້ານ, ເມືອງ ແລະ ປະເທດຊາດ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ ຈຶ່ງສາມາດເວົ້າໄດ້ວ່າ: “ຄູຄືແສງສະຫວ່າງເຍືອງທາງໃຫ້ທຸກຄົນເດີນໄປສູ້ຄວາມສໍາເລັດ”, “ຄູຄືນັກວິສະວະກອນຫຼໍ່ຫຼອມຈິດວິນຍານຂອງຄົນ”. ສໍາລັບປະເທດລາວພວກເຮົາ ເມື່ອເວົ້າເຖິງຈຸດເລິ່ມຕົ້ນຂອງການສຶກສາທຽບກັບການຂະຫຍາຍຕົວຂອງປະຊາຄົມໂລກ ແມ່ນພວກເຮົາຢູ່ຫ່າງໄກເຂົາເຈົ້າຫຼາຍທີ່ສຸດ ຕົວຢ່າງ: ບັນດາປະເທດເອີລົບຕາເວັນຕົກເຊັ່ນ: ປະເທດອັງກິດ ແລະ ຝຣັ່ງ ໃນສະຕະວັດທີ 12 ປະຊາຊົນໄດ້ຫັນຈາກການກະສິກຳ ມາຍຶດຖືອາຊີບຄ້າຂາຍ, ເກີດມີຕົວເມືອງການຄ້າ ແລະ ຕົວເມືອງອຸດສາຫະກຳ ແຕ່ກົງກັນຂ້າມຢູ່ປະເທດລາພວກເຮົາສະຕະວັດທີ 14 ເຈົ້າຟ້າງຸ່ມ ກະສັດອົງທຳອິດຂອງລາວ ພຽງແຕ່ນຳເອົາສາສະໜາພຸດມາເຜີຍແຜ່ ເຮັດໃຫ້ປະເທດລາວມີວັດວາອາຣາມ ຊຶ່ງເປັນບ່ອນສຶກສາຮໍ່າຮຽນແຫ່ງທໍາອິດສໍາລັບຄົນລາວ ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງຍຶດຄອງລາວໃນປີ 1893 ເປັນຕົ້ນມາ ພວກເຂົາບໍ່ໄດ້ເອົາໃຈໃສ່ ຂະຫຍາຍໂຮງຮຽນພໍເທົ່າໃດ ປີ 1905 ທົ່ວປະເທດມີໂຮງຮຽນພຽງ 2 ແຫ່ງຄື: ວຽງຈັນ ແລະ ຫຼວງພະບາງ ຄົນລາວທີ່ໄດ້ເຂົ້າຮຽນມີໜ້ອຍເຕັມທີ ໃນຈໍານວນດັ່ງກ່າວມີຄົນລາວຊື່ ທ້າວ ຄໍາ ຮຽນຈົບຫ້ອງທີ 1 (ປ.6) ຫຼັງຈາກນັ້ນປີ 1907 ທ້າວ ຄໍາ ໄດ້ເຂົ້າຮ່ວມການອົບຮົມຄູ ຊຶ່ງຖືເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວທີ່ໄດ້ມີການອົບຮົມຄູ ພາຍຫຼັງອົບຮົມຄູສໍາເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວ ຄໍາ ໄດ້ເລີ່ມເປັນຄູສອນ ຍ້ອນພວກລ່າເມືຶອງຂຶ້ນຝຣັ່ງເຫັນອິດທິພົນຂອງພຣະສົງ ທີ່ມີຕໍ່ວຽກງານການສຶກສາ ດັ່ງນັ້ນ, ພວກເຂົາຈຶ່ງໄດ້ເປີດໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ ເຊິ່ງປະກອບມີພຣະສົງ 50 ກວ່າອົງໄດ້ເຂົ້າຮຽນ, ຄູຄຳ ກໍເປັນຄູສອນຢູ່ໂຮງຮຽນແຫ່ງນັ້ນ ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂຶ້ນຍຶດອໍານາດ ໃນວັນທີ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາທີ່ມີລັກສະນະຊາດ ຈຶ່ງຄ່ອຍປະກົດຕົວເປັນຮູບເປັນຮ່າງຂຶ້ນມາ, ການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ໄດ້ຮັບໄຊຊະນະເປັນກ້າວໆ ຈົນສາມາດປະກາດເອກະລາດ ແລະ ສາຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ເພື່ອໃຫ້ທຸກຄົນໄດ້ທົບທວນຄືນຄຸນງາມຄວາມດີຂອງຄູ-ອາຈານທີ່ມີຕໍ່ປະເທດຊາດ ກໍຄືມວນມະນຸດ, ທັງເປັນການສ້າງເງື່ອນໄຂໃຫ້ທຸກຄົນໃນສັງຄົມໄດ້ສະແດງຄວາມກະຕັນຍູ, ກະຕະເວທີ ຕໍ່ຄູທີ່ພວມສິດສອນ ແລະ ຄູອາວຸໂສບຳນານ ດ້ວຍຮູບການຕ່າງໆເຊັ່ນ: ໄປຢ້ຽມຢາມຖາມຂ່າວ, ປະກອບສ່ວນວັດຖຸປັດໃຈ, ປະກອບຄຳເຫັນ ເພື່ອພັດທະນາໂຮງຮຽນທີ່ຕົນເອງເຄີຍສຶກສາຮໍ່າຮຽນ ຕາມເງື່ອນໄຂຕົວຈິງແຕ່ລະບຸກຄົນ ແລະ ແຕ່ລະພາກສ່ວນ ດັ່ງນັ້ນ, ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຈຶ່ງກໍານົດໃຫ້ມີ ວັນຄູແຫ່ງຊາດລາວ ໂດຍກໍານົດເອົາວັນເຂົ້າຮັບຣາດຖະການຂອງ ນາຍຄູຄຳ ຊຶ່ງແມ່ນຄູຜູ້ມີສັນຊາດລາວ ຄົນທຳອິດໃນປີ 1907 ແລະ ຈັດຕັ້ງສະຫຼີມສະຫຼອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ. ພ້ອມດຽວກັນນີ້ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜັດປ່ຽນກັນ ມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງ ແລະ ໃບຍ້ອງຍໍ ຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວິຊາສະເພາະ.

ພະແນກສຶກສາທິການ ແລະ ກິລາແຂວງ