Logo Image XYL

Featured

ໜ່ວຍພັກໂຮງຮຽນ ມສ ຊົນເຜົ່າ ແຂວງໄຊຍະບູລີຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ

4.2.25

 ໃນຕອນບ່າຍ ເວລາ 2 ໂມງ 00 ນາທີ ຂອງວັນທີ 31 ມັງກອນ 2025 ນີ້ ທີ່ໂຮງຮຽນ ມສ ຊົນເຜົ່າ ແຂວງໄຊຍະບູລີ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ. ໂດຍການເປັນປະທານ ແລະ ໃຫ້ກຽດໂອ້ລົມ ຂອງ ສະຫາຍ ຈັນທະວີ ວັນນະພາຜົນ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີເລຂາໜ່ວຍພັກໂຮງຮຽນ ມສ ຊົນເຜົ່າແຂວງໄຊຍະບູລີ, ມີຄະນະໜ່ວຍພັກ, ຫົວໜ້າຈຸພັກ, ຄະນະໜ່ວຍພັກອ້ອມຂ້າງໂຮງຮຽນ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ, ພ້ອມດ້ວຍສະມາຊິກພັກສົມບູນ ຜູ້ຕິດຕາມມະຫາຊົນ ກ້າວໜ້າ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ບົວວົງ ຄຳຫາ ຮອງເລຂາໜ່ວຍພັກໂຮງຮຽນ ມສ ໄຊຍະບູລີ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຈຳນວນ 4 ສະຫາຍ, ຍິງ 3 ສະຫາຍ ຄື: ສະຫາຍ ນາງ ສົມຈັນ ບຸດບົວທອງ, ສະຫາຍ ນາງ ຄຳພຽນ ຈະເລີນຊັບ, ສະຫາຍ ນາງ ຄຳແພງ ໂພທິລັກ ແລະ ສະຫາຍ ສັງທອງ ມີສະຫວັນ ຊຶ່ງທັງ 4 ສະຫາຍ ແມ່ນໄດ້ຜ່ານການຮຽນລະບຽບພັກ , ຜ່ານການກໍ່ສ້າງ, ຊຸກຍູ້ ແລະ ຕິດຕາມ ຈາກສະມາຊິກພັກສົມບຄູນ ມາເປັນເວລາ 6 ເດືອນ, ຕາມລະບຽບຂອງພັກ ເຫັນວ່າ ທັງ 4 ສະຫາຍມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ, ທັງມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ມີຜົນສຳເລັດຫລາຍດ້ານທີ່ການຈັດຕັ້ງມອບໝາຍໃຫ້. ຈາກນັ້ນ, ສະຫາຍ ຈັນທະວີ ວັນນະພາຜົນ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກໍ່ໄດ້ຂຶ້ນກ່າວຢັ້ງຢືນຮັບເອົາ ພ້ອມທັງຈັບມືສະມາຊິກພັກສຳຮອງໃໝ່.
ໃນຕອນທ້າຍຂອງພິທີ ສະຫາຍ, ຈັນທະວີ ວັນນະພາຜົນ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ຮຽກຮ້ອງມາຍັງບັນດາຄະນະພັກ, ສະມາຊິກພັກພາຍໃນໜ່ວຍ ໂດຍສະເພາະກໍ່ແມ່ນສະມາຊິກພັກສຳຮອງໃໝ່ ຈົ່ງເອົາໃຈໃສ່ປະຕິບັດລະບຽບຂອງພັກໃຫ້ເຂັ້ມງວດ ພ້ອມທັງຝຶກຝົນຫລໍ່ຫລອມຕົນເອງໃນທຸກດ້ານ ເປັນຕົ້ນ: ຄົ້ນຄວ້າສຶກສາທິດສະດີມາກ-ເລນິນ ແນວທາງນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ໄປພ້ອມກັບການຍົກລະດັບຄວາມຮູ້, ຄວາມສາມາດ ຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີ ທັງເປັນແບບຢ່າງໃຫ້ແກ່ມະຫາຊົນ ເພື່ອໃຫ້ກາຍເປັນສະມາຊິກພັກສົມບູນດີເດັ່ນໃນອານາຄົດ.

ພະແນກສຶກສາທິການ ແລະ ກິລາແຂວງ