Logo Image XYL

Featured

ທ່ານຮອງລັດຖະມົນຕີກະຊວງການເງິນມອບເຄື່ອງຊ່ວຍເຫຼືອໂຮງຮຽນ ມ.ສ ຊົນເຜົ່າ ແລະ ເມືອງໄຊສະຖານ

 ທ່ານຮອງລັດຖະມົນຕີກະຊວງການເງິນມອບເຄື່ອງຊ່ວຍເຫຼືອໂຮງຮຽນ ມ.ສ ຊົນເຜົ່າ ແລະ ເມືອງໄຊສະຖານ
ໃນວັນທີ 1 ກຸມພາ 2025 ນີ້ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍທີມງານຂອງສາມອົງການຈັດຕັ້ງມະຫາຊົນ ຂອງກົມງົບປະມານແຫ່ງລັດ ໄດ້ນໍາເຄື່ອງມາມອບໃຫ້ນ້ອງນັກຮຽນໃນແຜນທີ່ນອນຫໍພັກ ຂອງໂຮງຮຽນ ມ.ສ ຊົນເຜົ່າ ແຂວງໄຊຍະບູລີ, ໂດຍການຕ້ອນຮັບຂອງ ທ່ານ ໂພທອງ ບຸດສະບາ ຮອງຫົວໜ້າຫ້ອງວ່າແຂວງ, ທ່ານ ຈັນທະວີ ວັນນະພາຜົນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະອໍານວຍການໂຮງຮຽນ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ. ຈາກນັ້ນທາງຄະນະທີມງານກໍ່ໄດ້ສືບຕໍ່ໄປມອບເຄື່ອງໃຫ້ຫ້ອງການປົກຄອງເມືອງ, ການເງິນເມືອງ ແລະ 6 ໂຮງຮຽນຂອງເມືອງໄຊສະຖານຄື: ໂຮງຮຽນ ມຕ ດອຍກາວ, ໂຮງຮຽນ ມສ ບ້ານກໍ່, ໂຮງຮຽນ ມສ ກິ່ວມີໄຊ, ໂຮງຮຽນ ມຕ ຊະນະໄຊ, ໂຮງຮຽນ ມຕ ພູເລີ່ນ ແລະ ໂຮງຮຽນ ມຕ ພູຕຸ່ຍ, ໂດຍການຕ້ອນຮັບຂອງທ່ານ ພອນສະຫວັນ ວໍລະສັກ ວ່າການເຈົ້າເມືອງໄຊສະຖານ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ທາງທີມງານຈາກສູນກາງ ໄດ້ລະດົມທຶນຈາກບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແລະ ບໍລິສັດ ເອັບເອັມບີພັດທະນາ-ເຕັກນິກ ແລະ ການຄ້າຈໍາກັດ ຊຶ່ງປະກອບມີ: ຄອມພິວເຕີ 2 ຊຸດ, ອຸປະກອນສຶກສາ ແລະ ເຄື່ອງໃຊ້ຄົວເຮືອນຕ່າງໆ ລວມມູນຄ່າທັງໝົດ 500 ລ້ານກວ່າກີບ; ໂອກາດດຽວກັນນີ້ ທ່ານ ໂພທອງ ບຸດສະບາ ຮອງຫົວໜ້າຫ້ອງວ່າແຂວງ ກໍ່ໄດ້ມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງໄຊຍະບູລີ ໃຫ້ແກ່ບຸກຄົນ, ບັນດາກົມ ແລະ ບໍລິສັດ ທີ່ມີຄຸນງາມຄວາມດີ ແລະ ຜົນງານດີເດັ່ນ ໃນການປະກອບສ່ວນຊ່ວຍເຫຼືອ ໂຮງຮຽນ ມ.ສ ຊົນເຜົ່າ ແລະ ເມືອງໄຊສະຖານໃນຄັ້ງນີ້ ຈຸດປະສົງ ຂອງການມອບເຄື່ອງ ກໍ່ເພື່ອເປັນການຊຸກຍູ້ ຊ່ວຍເຫຼືອນ້ອງນັກຮຽນຜູ້ດ້ອຍໂອກາດ ໃນໂຮງຮຽນກິນນອນ ມ.ສ ຊົນເຜົ່າ ແລະ ເມືອງໄຊສະຖານໃຫ້ໄດ້ຮັບການພັດທະນາດີຂຶ້ນ.

ພະແນກສຶກສາທິການ ແລະ ກິລາແຂວງ