ກອງປະຊຸມຝຶກອົບຮົມກ່ຽວກັບການສ້າງສື່ການສອນ, ການນຳໃຊ້ເຄື່ອງມືແບບເອເລັກໂທນິກ ແລະ ການນຳໃຊ້goole forms ໃຫ້ແກ່ຄູສອນປະຈຳຢູ່ສູນ ICT ແລະ ໂຮງຮຽນ ມສ ພາຍໃນເມືອງໄຊຍະບູລີ
ກອງປະຊຸມຝຶກອົບຮົມກ່ຽວກັບການສ້າງສື່ການສອນ, ການນຳໃຊ້ເຄື່ອງມືແບບເອເລັກໂທນິກ ແລະ ການນຳໃຊ້goole forms ໃຫ້ແກ່ຄູສອນປະຈຳຢູ່ສູນ ICT ແລະ ໂຮງຮຽນ ມສ ພາຍໃນເມືອງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 19-22 ພະຈິກ 2024 ນີ້ ຢູ່ທີ່ຫ້ອງປະຊຸມສູນ ICT ໂດຍການເປັນປະທານຂອງ ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ມີວິທະຍາກອນ ແລະ ນັກສໍາມະນາກອນທັງໝົດ 58 ທ່ານ ຍິງ 26 ເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້ຈະໄດ້ຮຽນຮູ້ກ່ຽວກັບ ການນຳໃຊ້ໄອທີເຂົ້າໃນການສ້າງສື່ການສອນ ແລະ ນຳໃຊ້ເຄື່ອງມືແບບເອເລັກໂຕຼນິກ, ການນໍາໃຊ້ Google Forms ເພື່ອສ້າງແບບສອບເສັງ ແລະ ແບບສອບຖາມ, ການຄຸ້ມຄອງ ແລະ ການນຳໃຊ້ເຄື່ອງມືເອເລັກໂຕຣນິກ, ການສ້າງແຮງຈູງໃຈໃຫ້ກັບນັກຮຽນໃນການຄົ້ນຄວ້າຮໍ່າຮຽນດ້ວຍຫຼາຍວິທີ, ການນຳໃຊ້ MS office ເຂົ້າໃນການຮຽນ ການສອນ ເພື່ອໃຫ້ບັນລຸຜົນສຳເລັດ ເປັນກ້າວໆ. ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ ເພື່ອພັດທະນາ ແລະ ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ແລະ ຄູສອນ ໄດ້ພັດທະນາຄວາມຮູ້ດ້ານການນຳໃຊ້ Microsoft Office ເຂົ້າໃນການສິດສອນ, ເພື່ອປັບປຸງ ແລະ ພັດທະນາລະບົບການຮຽນການສອນໃຫ້ມີຄຸນນະພາບດີຂຶ້ນ ໂດຍການໃຊ້ໄອຊີທີ ແລະ ເທັກໂນໂລຊີທີ່ທັນສະໄໝເຂົ້າໃນການຈັດການຮຽນ ການສອນ ເຊັ່ນ: ການສ້າງສື່ການຮຽນ-ການສອນດ້ວຍ Microsoft PowerPoint, ເພື່ອສ້າງຄວາມເຂົ້າໃຈກ່ຽວກັບການຈັດການຮຽນການສອນ ແບບເອເລັກໂຕຣນິກ ແລະ ຄວາມເປັນເອກະພາບລະຫວ່າງຄູສອນດ້ວຍກັນ ແລະ ພະນັກງານວິຊາການໃຫ້ພັດທະນາເຕັກນິກດ້ານໄອຊີທີ ໃຫ້ດີຂື້ນເທື່ອລະກ້າວ, ເພື່ອສົ່ງເສີມການຮຽນຮູ້ດ້ານການນຳໃຊ້ Google forms ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມຊຳນານ.
ໃນຕອນທ້າຍຂອງພິທີ ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີກໍ່ໄດ້ໃຫ້ກຽດໂອລົມ, ສະແດງຄວາມເປັນຫ່ວງເປັນໄຍ ແລະ ເນັ້ນໜັກ ຄະນະຮັບຜິດຊອບກອງປະຊຸມ, ວິທະຍາກອນ ແລະ ສຳມະນາກອນທຸກໆທ່ານ ໃຫ້ຍົກສູງຄວາມຮັບຜິດຊອບດ້ານການເມືອງຂອງຕົນ, ຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ເປັນເຈົ້າການໃນການປະຕິບັດໂມງເວລາ ຕາມວາລະຂອງກອງປະຊຸມ ແລະ ປະກອບຄຳຄິດຄຳເຫັນໃສ່ແຕ່ລະບັນຫາຢ່າງສ້າງສັນ ໂດຍສະເພາະ ແມ່ນເລັ່ງໃສ່ຂະຫຍາຍ ແລະ ປັບປຸງການກະກຽມເນື້ອໃນບົດສອນ, ການສ້າງສື່ການສອນ, ວິທີການນຳໃຊ້ເຄື່ອງມືເອເລັກໂຕຣນິກ ແລະ ການສອນສົ່ງຄວາມຮູ້ ຂອງຄູໄປສູ່ນັກຮຽນໃຫ້ມີຄຸນະພາບທີ່ດີ ແລະ ພ້ອມກັນເຮັດໃຫ້ກອງປະຊຸມມີເນື້ອໃນ, ມີບັນຍາກາດ ແລະ ສຳເລັດຢ່າງຈົບງາມ.
Featured