Logo Image XYL

Featured

ພິທີໄຂສົກຮຽນໃໝ່ ສົກຮຽນ 2024-2025 ທົ່ວແຂວງໄຊຍະບູລີ

457734445 367882943038923 6452318337780172095 nທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງໄຊຍະບູລີ ໃນການ ໄຂສົກຮຽນໃໝ່ ສົກຮຽນ 2024-2025 ໃນທ້າຍເດືອນສິງຫາ 2024 ຜ່ານມານີ້ວ່າ: ການໄຂສົກຮຽນໃໝ່ແມ່ນໄດ້ຖືເອົາວັນ ທີ 1 ກັນຍາ ຂອງແຕ່ລະປີເປັນມື້ໄຂສົກຮຽນໃໝ່, ສ່ວນປີນີ້ແມ່ນກົງກັບວັນພັກລັດຖະການ, ສະນັ້ນກະຊວງສຶກສາທິການ ແລະ ກິລາ ໂດຍການເຫັນດີເປັນເອກະພາບຂອງພະແນກສຶກສາທິການ ແລະ ກິລາແຂວງໃນທົ່ວປະເທດ ໄດ້ກໍານົດເອົາ ວັນທີ 2 ກັນຍາ 2024 ເປັນມື້ໄຂສົກຮຽນໃໝ່ເອກະພາບກັນໃນທົ່ວປະເທດດ້ານໜຶ່ງກໍ່ເພື່ອເປັນການສ້າງເງື່ອນໄຂຈັດການຮຽນການສອນໃຫ້ທ່ວງທັນຕາມກໍານົດເວລາ ແລະ ສອດຄ່ອງກັບກົດໝາຍການສຶກສາວາງອອກ. ເມື່ອຫວນຄືນເບິ່ງປະຫວັດສາດການສຶກສາແລ້ວ ພວກເຮົາຈະເຫັນວ່າການສຶກສາບໍ່ເຄີຍຢຸດຕິບໍ່ວ່າຈະຢູ່ໃນພາວະສົງຄາມ ຫຼື ສະພາບການໃດໆກໍ່ຕາມ ນັກຮຽນ-ນັກສຶກສາ ກໍ່ຕ້ອງໄດ້ຮັບການສຶກສາຢ່າງຕໍ່ເນື່ອງ. ການໄຂສົກຮຽນໃໝ່ປີນີ້ ເປັນສິ່ງທີ່ທ້າທາຍ ແລະ ທົດສອບພວກເຮົາສົມຄວນ, ເນື່ອງຈາກວ່າສະພາບເສດຖະກິດພົບຄວາມຫຍຸ້ງຍາກ ແລະ ຢູ່ຫຼາຍເມືອງຂອງແຂວງກໍ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມສະຖານທີ່ການສຶກສາເຖິງຢ່າງໃດກໍ່ຕາມພວກເຮົາຢືນຢັນນຳກັນວ່າ: ການຮຽນ-ການສອນແມ່ນຈະໄດ້ສຶບຕໍ່ດຳເນີນການເປັນປົກກະຕິເພື່ອຮັບປະກັນໃຫ້ການຮຽນຮູ້ຂອງລູກຫຼານປະຊາຊົນບັນດາເຜົ່າໃນທົ່ວແຂວງຂອງພວກເຮົາທີ່ຈະສຶບທອດເປັນຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດໃນອະນາຄົດ. ສະນັ້ນ ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຈະຕ້ອງໄດ້ຍົກບົດບາດຂອງຕົນເອງໃຫ້ເປັນກໍາລັງແຮງໃນການພັດທະນາການສຶກສາຂອງແຂວງ, ເຊິ່ງພວກເຮົາຈະຕ້ອງພ້ອມກັນເອົາໃຈໃສ່ບາງວຽກງານຕົ້ນຕໍຄື: ມອບໃຫ້ອໍານາດການປົກຄອງຂັ້ນເມືອງ, ຂັ້ນບ້ານ ນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານການສຶກສາໄປຜັນຂະຫຍາຍສູ່ປະຊາຊົນ ແລະ ຜູ້ປົກຄອງ ເພື່ອນໍາພາດ້ານແນວຄິດ ໃຫ້ເຂົ້າໃຈຕໍ່ແນວທາງຂອງການສຶກສາໃນໄລຍະໃໝ່, ພ້ອມນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ ການປຸກລະດົມການຈັດຕັ້ງປະຕິບັດຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດໃນການສ້າງຂະບວນການພາຍໃຕ້ຄຳຂ້ວນ” ນຳນ້ອງກັບຄືນສູ່ໂຮງຮຽນ” ຜູ້ບໍລິຫານການສຶກສາ ແລະ ກິລາ ຈະຕ້ອງໄດ້ເອົາໃຈໃສ່ສ້າງທຸກເງື່ອນໄຂເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ຄູ-ອາຈານ ໄດ້ສຶບຕໍ່ປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມສ່ວນ; ພ້ອມນັ້ນກໍ່ຕ້ອງໄດ້ສ້າງໂຮງຮຽນຕົວແບບໃນດ້ານຕ່າງໆ ເພື່ອເປັນສິ່ງດຶງດູດຈູງໃຈໃຫ້ແກ່ນັກຮຽນ ແລະ ຊຸກຍູ້ໃຫ້ມີກິດຈະກຳສິນລະວັນນະຄະດີ ແລະ ການກິລາທີ່ຫຼາກຫຼາຍ. ຄູ-ອາຈານ ຈະຕ້ອງໄດ້ຄົ້ນຄວ້າເນື້ອໃນບົດຮຽນໃຫ້ເລິກເຊິ່ງ, ຄົ້ນຄວ້າວິທີການສອນໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ. ຜູ້ປົກຄອງຕ້ອງໄດ້ເພີ່ມທະວີບົດບາດຂອງຕົນຕໍ່ການຮຽນຂອງລູກຫຼານໃຫ້ຫຼາຍຂຶ້ນ, ຕິດຕາມການຮຽນຂອງລູກຫຼານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນປົກກະຕິ, ຊ່ວຍອຳນວຍຄວາມສະດວກເຄື່ອງຮຽນ ແລະ ອຸປະກອນທີ່ໃຊ້ໃນການຮຽນ-ການສອນ ພ້ອມທັງຕິດຕາມພຶດຕິກຳຂອງລູກຫຼານຕົນຢ່າງໃກ້ຊິດສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ເມືອງ ແລະ ຜູ້ປະກອບການໃນແຕ່ລະທ້ອງຖິ່ນ ຊ່ວຍປັບປຸງ ແລະ ຊຸກຍູ້ສະຖານການສຶກສາ ສ້າງໂອກາດໃຫ້ສະຖານການສຶກສາສາມາດເຂົ້າເຖິງແຫຼ່ງການຮຽນຮູ້ທີ່ທັນສະໄໝໃຫ້ຫຼາຍຂຶ້ນ.

ພະແນກສຶກສາທິການ ແລະ ກິລາແຂວງ