Logo Image XYL

Featured

ໜ່ວຍພັກໂຮງຮຽນ ມສ ແຂວງໄຊຍະບູລີ ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

0d26a288 410c 4ad0 a715 0a1bea96f9c9

ໜ່ວຍພັກໂຮງຮຽນ ມສ ແຂວງໄຊຍະບູລີຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ.
ໃນຕອນບ່າຍ ເວລາ 2 ໂມງ 00 ນາທີ ຂອງວັນທີ 29 ພະຈິກ 2024 ນີ້ ທີ່ໂຮງຮຽນ ມສ ແຂວງໄຊຍະບູລີ ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ. ໂດຍການເປັນປະທານຂອງ ສະຫາຍ ບັນດິດ ທີແກ້ວ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ເລຂາໜ່ວຍພັກໂຮງຮຽນ ມສ ແຂວງໄຊຍະບູລີ, ມີຄະນະໜ່ວຍພັກ, ຫົວໜ້າຈຸພັກ, ຄະນະໜ່ວຍພັກອ້ອມຂ້າງໂຮງຮຽນ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ, ພ້ອມດ້ວຍສະມາຊິກພັກສົມບູນ ຜູ້ຕິດຕາມມະຫາຊົນ ກ້າວໜ້າ ທີ່ກ່ຽວຂ້ອງເຂົ້າຮ່ວມ.
​ໃນພິທີ ສະຫາຍ ພິລາພົງ ສີບຸບຜາ ຮອງເລຂາໜ່ວຍພັກໂຮງຮຽນ ມສ ໄຊຍະບູລີ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງ ຂື້ນເປັນສະມາຊິກພັກສົມບູນ ຈຳນວນ 5 ສະຫາຍ, ຍິງ 3 ສະຫາຍ ຄື: ສະຫາຍ ນາງ ສີວຽງຄຳ ຖໍ່, ສະຫາຍ ພອນປະເສີດ ຂັນທະຈັກ, ສະຫາຍ ນາງ ເຂັມພອນ ແສນລຳພັນ, ສະຫາຍ ນາງ ເພັດທະນົມພອນ ວັນນະຈິດ ແລະ ສະຫາຍ ສາຍຟ້າ ດວງຈິດ ຊຶ່ງທັງ 5 ສະຫາຍ ແມ່ນໄດ້ຜ່ານການກໍ່ສ້າງ, ຊຸກຍູ້ ແລະ ຕິດຕາມສະໄໝສໍາຮອງເປັນເວລາ 12 ເດືອນ ຕາມລະບຽບຂອງພັກ ເຫັນວ່າ ທັງ 5 ສະຫາຍມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ, ທັງມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ມີຜົນສຳເລັດຫລາຍດ້ານທີ່ການຈັດຕັ້ງມອບໝາຍໃຫ້. ຈາກນັ້ນ, ເລຂາໜ່ວຍພັກ ກໍໄດ້ຂຶ້ນກ່າວຢັ້ງຢືນຮັບເອົາ ພ້ອມທັງຈັບມືສະມາຊິກພັກສົມບູນໃໝ່.
ໃນຕອນທ້າຍຂອງພິທີ ສະຫາຍ ບັນດິດ ທີແກ້ວ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ເລຂາໜ່ວຍພັກໂຮງຮຽນມສ ແຂວງໄຊຍະບູລີ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ຮຽກຮ້ອງມາຍັງບັນດາຄະນະພັກ, ສະມາຊິກພັກພາຍໃນໜ່ວຍ ໂດຍສະເພາະກໍ່ແມ່ນສະມາຊິກພັກສົມບູນໃໝ່ ຈົ່ງເອົາໃຈໃສ່ປະຕິບັດລະບຽບຂອງພັກໃຫ້ເຂັ້ມງວດ ພ້ອມທັງຝຶກຝົນຫລໍ່ຫລອມຕົນເອງໃນທຸກດ້ານ ເປັນຕົ້ນ: ຄົ້ນຄວ້າສຶກສາທິດສະດີມາກ-ເລນິນ ແນວທາງນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ໄປພ້ອມກັບການຍົກລະດັບຄວາມຮູ້, ຄວາມສາມາດ ຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີ ທັງເປັນແບບຢ່າງໃຫ້ແກ່ມະຫາຊົນ ເພື່ອໃຫ້ກາຍເປັນສະມາຊິກພັກດີເດັ່ນໃນອານາຄົດ.

ພະແນກສຶກສາທິການ ແລະ ກິລາແຂວງ