Logo Image XYL

Featured

ກອງປະຊຸມທາບທາມບຸກຄະລາກອນຕໍາແໜ່ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ

ba320fd7 f51b 4783 9d07 dcf02d28ed6a

ກອງປະຊຸມທາບທາມບຸກຄະລາກອນຕໍາແໜ່ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ພະຈິກ 2024 ນີ້ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ພາຍໃຕ້ການເປັນປະທານຂອງທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ທອງສຸກ ເຊັງທໍ່ ຮອງຫົວໜ້າຄະນະກວດກາພັກແຂວງ, ມີຄະນະພັກ, ຫົວໜ້າ, ຮອງຫົວໜ້າຂະແໜງການ, ຜູ້ອໍານວຍການໂຮງຮຽນ ພ້ອມດ້ວຍພະນັກງານຫຼັກແຫຼງ, ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີໄດ້ກ່າວວ່າ: ການເລືອກເຝັ້ນແຕ່ງຕັ້ງ ແລະ ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງແມ່ນວຽກງານໜຶ່ງທີ່ສໍາຄັນໃນວຽກງານຂອງພະນັກງານ ທັງສ້າງຄວາມດຸ່ນດ່ຽງທາງດ້ານຈໍານວນ ແລະ ຄຸນນະພາບຂອງຖັນແຖວພະນັກງານນໍາພາຄຸ້ມຄອງໃນຂະແໜງການເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ, ໜັກແໜ້ນໃນການເຄື່ອນໄຫວຢ່າງມີປະສິດທິພາບ, ສ້າງໄດ້ພະນັກງານສຶບທອດປ່ຽນແທນຕາມທິດ ແລະ ມີຄວາມຊໍານານໃນວຽກງານຕາມຫຼັກວິທະຍາສາດ ແລະ ກ້າວໜ້າ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ເລກທີ 13 ແລະ ຄໍາແນະຂອງຄະນະຈັດຕັ້ງສູນກາງພັກ ເລກທີ 13 ລົງວັນທີ 11 ມັງກອນ 2024 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຝັ້ນແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ຜ່ານມາດຖານເງື່ອນໄຂຂອງຜູ້ທີ່ສະໜັກເຂົ້າໃນຕໍາແໜ່ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ. ຈາກນັ້ນໃນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນດໍາເນີນການທາບທາມເອົາບຸກຄະລາກອນຮອບທີ I ແລະ ຮອບທີ II ຕື່ມອີກ.

ພະແນກສຶກສາທິການ ແລະ ກິລາແຂວງ