Logo Image XYL

Featured

ຝຶກອົບຮົມການຂະຫຍາຍການສຶກສາຂອງເດັກຍິງ ແລະ ແມ່ຍິງໂດຍຜ່ານໂທລະໂຄ່ງບ້ານ

466928563 419673084526575 2131192707505237316 n

ຝຶກອົບຮົມການຂະຫຍາຍການສຶກສາຂອງເດັກຍິງ ແລະ ແມ່ຍິງໂດຍຜ່ານໂທລະໂຄ່ງບ້ານ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2024 ນີ້ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໂດຍການເປັນປະທານຮ່ວມຂອງທ່ານ ຮສ ປອ ນາງ ສີລິນທອນ ສັກລໍຄໍາ ເລຂາທິການ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ມີບັນດານັກສໍາມະນາກອນຈາກ 10 ບ້ານ ໃນ 2 ເມືອງຂອງແຂວງໄຊຍະບູລີເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້ຈະໄດ້ຮຽນຮູ້ນະໂຍບາຍຂອງລັດຖະບານຕໍ່ກັບການຂະຫຍາຍໂອກາດການສຶກສາໃຫ້ແກ່ປະຊາຊົນໃນເຂດຫ່າງໄກສອກຫຼີກໂດຍບໍ່ຈໍາກັດເພດ,ໄວ ແລະ ອາຍຸ, ວິໄສທັດຮອດປີ 2030 ຍຸດທະສາດເພື່ອຄວາມສະເໝີພາບຍິງ-ຊາຍ, ວຽກງານແມ່ ແລະ ເດັກ ໃນຂະແໜງການສຶກສາ ແລະ ກິລາ (2016-2030) ແລະ ແຜນດໍາເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ໃນຂະແໜງການສຶກສາ ແລະ ກິລາ 5 ປີ (2021-2025), ຮຽນຮູ້ພື້ນຖານກ່ຽວກັບຄວາມສະເໝີພາບທາງເພດ, ຮຽນຮູ້ກ່ຽວກັບອົງປະກອບຕ່າງໆຂອງລາຍການວິທະຍຸ, ຂ່າວ, ການສົນທະນາສົດ, ດົນຕີ ແລະ ອື່ນໆ, ຮູ້ຈັກການຂຽນບົດໃຫ້ມີຄວາມຊັດເຈນ, ຫຍໍ້ ແລະ ມີສ່ວນຮ່ວມສໍາລັບລາຍການໂທລະໂຄ່ງ, ຮຽນຮູ້ວິທີການນໍາໃຊ້ເຕັກນິກການເລົ່າເພື່ອດຶງດູດຄວາມສົນໃຈຂອງຜູ້ຟັງ, ຝຶກທັກສະການນໍາໃຊ້ສຽງຕ່າງໆຂອງພິທີກອນເວົ້າຢ່າງຈະແຈ້ງ, ໝັ້ນໃຈ ແລະ ມີຄວາມກະຕືລືລົ້ນ. ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງຊົນນະບົດ ແລະ ຊາວໜຸ່ມອາສາສະໜັກ ເພື່ອນໍາໃຊ້ໂທລະໂຄ່ງບ້ານ( ວິທະຍຸ) ເປັນເວທີໂຄສະນາ ແລະ ສົ່ງເສີມການສຶກສາຂອງເດັກຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຢູ່ໃນບ້ານເປົ້າໝາຍ. ເພິ່ມທະວີຄວາມຮັບຮູ້ກ່ຽວກັບຄວາມສໍາຄັນຂອງການສຶກສາຂອງເດັກຍິງຢູ່ຊົນນະບົດ ໃນ ສປປ ລາວ, ເພິ່ມຄວາມຮູ້ທາງດ້ານບົດບາດຍິງ-ຊາຍ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຊຸກຍູ້ໃຫ້ຊຸມຊົນສະໜັບສະໜູນການສຶກສາຂອງເດັກຍິງ, ສ້າງຄວາມເຂັ້ມແຂງໃຫ້ນັກອາສາສະໜັກເປັນຜູ້ສະໜັບສະໜູນການສຶກສາຂອງເດັກຍິງ.

ພະແນກສຶກສາທິການ ແລະ ກິລາແຂວງ