ກອງປະຊຸມຜູ້ບໍລິຫານການສຶກສາທິການ ແລະ ກິລາ ທົ່ວແຂວງໄຊຍະບູລີ ແບບເຊິ່ງໜ້າ ແລະ ທາງໄກ ສົກຮຽນ 2023-2024 ສາມາດບັນລຸ 11 ຕົວຊີ້ບອກ ແລະ ຍັງບໍ່ບັນລຸ 9 ຕົວຊີ້ບອກ
ກອງປະຊຸມຜູ້ບໍລິຫານການສຶກສາທິການ ແລະ ກິລາ ທົ່ວແຂວງໄຊຍະບູລີ ແບບເຊິ່ງໜ້າ ແລະ ທາງໄກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ສິງຫາ 2024 ນີ້ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າພະແນກການທີ່ກ່ຽວຂ້ອງ, ມີຜູ້ບໍລິຫານການສຶກສາ 11 ເມືອງທົ່ວແຂວງ ພ້ອມດ້ວຍພະນັກງານຄູອາຈານເຂົ້າຮ່ວມ.
ພາຍຫຼັງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມ ທ່ານ ອິນທີ ຈັນປະເສີດເຮີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານຮ່າງການຈັດຕັ້ງປະຕິບັດວຽກງານການສຶກສາ ໃນສົກປີ 2023-2024 ເຊິ່ງບາງຕອນໄດ້ກ່າວວ່າ: ສົກຮຽນ 2023-2024 ແມ່ນເປັນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX ແລະ ແຜນພັດທະນາຊັບພະຍາກອນມະນຸດຂອງແຂວງ 5 ປີ (2021-2025). ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ໄດ້ເຮັດໃຫ້ຫຼາຍຄາດໝາຍ ໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ມີການຂະຫຍາຍຕົວດີຂຶ້ນ ເມື່ອທຽບໃສ່ປີຜ່ານມາເປັນຕົ້ນ ການຈັດຕັ້ງປະຕິບັດ 16 ຄາດໝາຍ 20 ຕົວຊີ້ບອກ ສາມາດບັນລຸໄດ້ 11 ຕົວຊີ້ບອກ ແລະ ຍັງບໍ່ບັນລຸ 9 ຕົວຊີ້ບອກ. 11 ຕົວຊີ້ບອກທີ່ບັນລຸມີຄື: ອັດຕາເຂົ້າຮຽນສຸດທິ ປ.1 ໄດ້ 99.8% ທຽບສົກຮຽນຜ່ານມາເພີ່ມຂື້ນ 0.6%, ທຽບໃສ່ (ຄາດໝາຍ 99 %) ບັນລຸ 0.8 %, ອັດຕາເຂົ້າຮຽນສຸດທີຊັ້ນປະຖົມ ( 6 – 10 ປີ ) ປະຕິບັດໄດ້ 99.5 % ທຽບສົກຮຽນຜ່ານມາເພີ່ມຂື້ນ 0.5%, ທຽບໃສ່ (ຄາດໝາຍ 99 %) ບັນລຸ 0.5 %, ອັດຕາປະລະຂັ້ນ ປ1 ປະຕິບັດໄດ້ 1,9% ທຽບສົກຮຽນຜ່ານມາລຸດລົງ 0.5% ທຽບໃສ່ (ຄາດໝາຍ 2%) ບັນລຸ 0.1%, ອັດຕາຈົບຊັ້ນປະຖົມ (ອັດຕາເລື່ອນຂັ້ນ-ຈົບຊັ້ນ) ປະຕິບັດໄດ້ 96.7% ທຽບສົກຮຽນຜ່ານມາເພີ່ມຂັ້ນ 0.4% ທຽບໃສ່ (ຄາດໝາຍ 96.3 %) ບັນລຸ 0.4%, ອັດຕາຄ້າງຫ້ອງຊັ້ນປະຖົມປະຕິບັດໄດ້ 1.6% ທຽບສົກຮຽນຜ່ານມາ ລຸດລົງ 0.5% ທຽບໃສ່ ( ຄາດໝາຍ 2 % ) ບັນລຸ 0.4%, ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ( ທຽບໃສ່ນັກຮຽນຕົ້ນປີ ປ.5 ) ປະຕິບັດໄດ້ 88.5 % ທຽບໃສ່ ( ຄາດ ໝາຍ 87.5 % ) ບັນລຸ 1 %, ອັດຕາປະລະຊັ້ນປະຖົມ ປະຕິບັດໄດ້ 1.7% ທຽບໃສ່ສົກຮຽນຜ່ານມາ ລຸດລົງ 0.2% ທຽບໃສ່ (ຄາດໝາຍ 1.9%) ບັນລຸ 0.2%, ດັດສະນີຄວາມສະເໝີພາຍິງ - ຊາຍຂອງອັດຕາເລື່ອນຊັ້ນ ປ.5 ຫາ ມ.1 ປະຕິບັດໄດ້ 0.99% ທຽບໃສ່ (ຄາດໝາຍ 0.97 – 1.03 % ) ມີຄວາມສະເໝີພາບ, ຄູຊັ້ນປະຖົມ ແລະ ຊັ້ນມັດທະຍົມສຶກສາ ໄດ້ຮັບການຝຶກອົບຮົມ ປະຕິບັດໄດ້ 33.8% ທຽບໃສ່ (ຄາດໝາຍ 25 %) ບັນລຸ 8.8 %, ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໄດ້ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາເຂົ້າຮ່ວມການສ້າງຂະບວນເພື່ອສຸຂະພາບເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວກິດຈະກຳການແຂ່ງຂັນກິລາປະຈຳປີ, ກິລາບຸນປະເພນີ ແລະ ກິລາບຸນວັນສຳຄັນຕ່າງໆຂອງຊາດ - ສາກົນ ປະຕິບັດໄດ້ 42.56% ເທົ່າກັບສົກຮຽນຜ່ານມາລຸດລົງ 4.44% ທຽບໃສ່ (ຄາດໝາຍ 36%) ບັນລຸ 6.56%, ຄົ້ນຄວ້າ - ວິໄຈສະພາບການສຶກສາ, ວິທະຍາສາດ ແລະ ກິລາໃຫ້ໄດ້ຢ່າງນ້ອຍ 2 ຫົວຂໍ້ຂື້ນໄປປະຕິບັດ ບັນລຸ. ແລະ 9 ຕົວຊີ້ບອກບໍ່ບັນລຸມີຄື: ອັດຕາເຂົ້າຮຽນຂອງເດັກ 5 ປີ ໄດ້ 96.50 % ທຽບໃສ່ສົກຮຽນຜ່ານມາຫຼຸດລົງ 1.4 %, ທຽບໃສ່ (ຄາດ ໝາຍ 98%) ບໍ່ບັນລຸ 1.5%, ອັດຕາເຂົ້າຮຽນໃໝ່ລວມ ປ.1 ປະຕິບັດໄດ້ 102 % ທຽບໃສ່ສົກຮຽນຜ່ານມາເພີ່ມມຂື້ນ 0.5% ທຽບໃສ່ (ຄາດໝາຍ 101% - 100%) ບໍ່ບັນລຸ 0.1, ອັດຕາເຂົ້າຮຽນໃໝ່ລວມ ປ.5 ປະຕິບັດໄດ້ 99.4% ທຽບໃສ່ສົກຮຽນຜ່ານມາ ລຸດລົງ 2.5% ທຽບໃສ່ (ຄາດໝາຍ 101% - 100% ) ບໍ່ບັນລຸ 0.6%, ອັດຕາປະລະມັດທະຍົມຕອນຕົ້ນ ປະຕິບັດໄດ້ 12% ທຽບໃສ່ ( ຄາດໝາຍ 9 % ) ບໍ່ບັນລຸ 3 %, ອັດຕາເຂົ້າຮຽນລວມມັດທະຍົມຕອນຕົ້ນ ປະຕິບັດໄດ້ 79% ທຽບໃສ່ສົກຮຽນຜ່ານມາ ລຸດລົງ 4.1% ທຽບໃສ່ (ຄາດໝາຍ 83 % ) ບໍ່ບັນລຸ 4%, ອັດຕາເຂົ້າຮຽນລວມມັດທະຍົມຕອນປາຍ ປະຕິບັດໄດ້ 38.9% ທຽບໃສ່ສົກຮຽນຜ່ານມາ ລຸດລົງ 5.80% ທຽບໃສ່ (ຄາດໝາຍ 45 % ) ບໍ່ບັນລຸ 6.1%, ອັດຕາເຂົ້າຮຽນໃໝ່ລວມ ມ.4 ປະຕິບັດໄດ້ 66.9% ທຽບໃສ່ສົກຮຽນຜ່ານມາ ລຸດລົງ 7% ທຽບໃສ່ (ຄາດໝາຍ 74% ) ບໍ່ບັນລຸ 7.1%, ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 964 ທຽບໃສ່ສົກຮຽນຜ່ານມາ ລຸດລົງ 78 ທຽບໃສ່ (ຄາດໝາຍ 1,033 ) ບໍ່ບັນລຸ 69, ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ ປະຕິບັດໄດ້ 1.03% ທຽບໃສ່ສົກຮຽນຜ່ານມາ ລຸດລົງ 0.77% ທຽບໃສ່ (ຄາດໝາຍ 2%) ບໍ່ບັນລຸ 0.97%. ສົກປີ 2023-2024 ທົ່ວແຂວງມີໂຮງຮຽນລ້ຽງເດັກອະນຸບານ 299 ແຫ່ງ (ລັດ 275 ແຫ່ງ ແລະ ເອກກະຊົນ 24 ແຫ່ງ) ຫຼຸດລົງ 16 ແຫ່ງ ມີຄູສອນທັງໝົດ 900 ຄົນ ຍິງ 894 ຄົນ ຫຼຸດລົງ 24 ຄົນ (ອາສາສະໝັກ 134 ຄົນ, ຄູລັດ 733 ຄົນ ຍິງ 727 ຄົນ, ເອກະຊົນ 167 ຄົນ ຍິງ 167 ຄົນ). ມີເດັກເຂົ້າຮຽນທັງໝົດ 16,363 ຄົນ ຍິງ 8,116 ຄົນ ຫຼຸດລົງ 539 ຄົນ (ລ້ຽງເດັກ 1,181 ຄົນ ຍິງ 561 ຄົນ, ອະນຸບານ 14,587 ຄົນ ຍິງ 7,265 ຄົນ, ຫ້ອງກຽມ 595 ຄົນ ຍິງ 290 ຄົນ), ມີໂຮງຮຽນປະຖົມ 392 ແຫ່ງ (ລັດ 379 ແຫ່ງ ເທົ່າກັບ 99.6% ແລະ ເອກະຊົນ 13 ແຫ່ງ ເທົ່າກັບ 0.4%, ມູນລະປະຖົມ 12 ແຫ່ງ ເທົ່າກັບ 3.1%), ມີຄູສອນ 1,718 ຄົນ ຍິງ 880 ຄົນ ຫຼຸດລົງ 76 ຄົນ (ຄູລັດ 1,672 ຄົນ ຍິງ 836 ຄົນ ຫຼຸດລົງ 90 ຄົນ, ຄູອາສາສະມັກ 73 ຄົນ ຍິງ 57 ຄົນ), ມີນັກຮຽນ 37,373 ຄົນ ຍິງ 18,245 ຄົນ ເພີ່ມຂຶ້ນ 487 ຄົນ. ສະເລ່ຍນັກຮຽນ ຕໍ່ຫ້ອງ 23 ຄົນ/ຫ້ອງ; ສະເລ່ຍນັກຮຽນຕໍ່ຄູ 22 ຄົນ ຕໍ່ຄູ 1 ຄົນ, ມີໂຮງຮຽນມັດທະຍົມຕອນຕົ້ນ 36 ແຫ່ງ ເພີ່ມຂຶ້ນ 1 ແຫ່ງ ມີຄູສອນຊັ້ນ ມຕ 1,545 ຄົນ ຍິງ 787 ຄົນ (ອາສາສະມັກ 149 ຄົນ ຍິງ 86 ຄົນ), ມີນັກຮຽນ 22,332 ຄົນ ຍິງ 11,266 ຄົນ ຫຼຸດລົງ 356 ຄົນ. ສະເລ່ຍນັກຮຽນ ຕໍ່ຫ້ອງ 29 ຄົນ/ຫ້ອງ; ສະເລ່ຍນັກຮຽນຕໍ່ຄູ 14 ຄົນ ຕໍ່ຄູ 1 ຄົນ, ມີໂຮງຮຽນມັດທະຍົມສຶກສາສົມບູນມີ 65 ແຫ່ງ ລຸດລົງ 2 ແຫ່ງ, ມີຄູສອນ 733 ຄົນ ຍິງ 350 ຄົນ ເພິ້ມຂື້ນ 19 ຄົນ; ມີຫ້ອງຮຽນທັງໝົດ 309 ຫ້ອງຮຽນ ຫຼຸດລົງ 40 ຫ້ອງຮຽນ, ມີນັກຮຽນ 8,131 ຄົນ, ຍິງ 3,952 ຄົນ ຫຼຸດລົງ 1,116 ຄົນ. ສະເລ່ຍຈຳນວນນັກຮຽນ ຕໍ່ຫ້ອງ 26 ຄົນ/ຫ້ອງ; ສະເລ່ຍນັກຮຽນຕໍ່ຄູ 12 ຄົນ/ຄູ 1 ຄົນ. ການຮຽນ-ການສອນ ແລະ ເສັງເລື່ອນຊັ້ນ ແລະ ຈົບຊັ້ນໃນສົກປີ 2023-2024 ຊັ້ນປະຖົມ ນັກຮຽນຕົ້ນປີ 37.373 ຄົນ, ຍິງ 18.245 ຄົນ ທ້າຍປີ ມີນັກຮຽນທັງໝົດ 24.099 ຄົນ, ຍິງ 11.718 ຄົນ, ເຂົ້າຮ່ວມເສັງມີທັງໝົດ 24.005 ຄົນ, 11.731 ຄົນ ເສັງໄດ້ 23.394 ຄົນ, 11.178 ຄົນເສັງຕົກ 611 ຄົນ, ຍິງ 553 ຄົນ, ຊັ້ນມ ຕົ້ນ ຈໍານວນນັກຮຽນຕົນປີ 22.332 ຄົນ, ຍິງ 11.035 ຄົນ, ນັກຮຽນທ້າຍປີ 11.589 ຄົນ, ຍິງ 5.629 ຄົນ, ເຂົ້າສອບເສັງທ້າຍປີ 11.339 ຄົນ 5.506 ຄົນ ເສັງໄດ້ 10.876 ຄົນ, ຍິງ 5.435 ຄົນ, ເສັງຕົກ 463 ຄົນ, ຍິງ 71 ຄົນ, ຊັ້ນ ມ ປາຍ ນັກຮຽນຕົ້ນປີ 8.131 ຄົນ 3.952 ຄົນ ຈໍານວນນັກຮຽນທ້າຍປີ 6.079 ຄົນ, ຍິງ 2.963 ຄົນ, ເຂົ້າສອບເສັງມີ 3.484 ຄົນ, ຍິງ 1.715 ຄົນ ເສັງໄດ້ 3.378 ຄົນ, 1681 ຄົນ, ເສັງຕົກ 106 ຄົນ, ຍິງ 34 ຄົນ.
ໃນຕອນທ້າຍກອງປະຊຸມ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ກໍ່ໄດ້ໃຫ້ກຽດມອບໃບຍ້ອງຍໍຂອງແຂວງ ຈຳນວນ 05 ໃບ ໃຫ້ສະຫະພັນ, ຄູຝຶກ ແລະ ນັກກິລາ ຂອງແຂວງໄຊຍະບູລີ ທີ່ມີຜົນງານດີເດັ່ນໃນການແຂ່ງຂັນກິລາດອກປີກໄກ່ຊິງແຊມທົ່ວປະເທດຄັ້ງທີ XXIII ໃນລະຫວ່າງວັນທີ 22-25 ສິງຫາ 2024 ທີນະຄອນຫຼວງວຽງຈັນ ທີ່ມີລາຍຊື່ດັ່ງນີ້:
ທ່ານ ສຸພາບ ແສງກັນນາລີ ສະຫະພັນດອກປີກໄກ່
ທ່ານ ພິລະໄຊ ສີບຸນມາ ຄູຝຶກດອກປີກໄກ່
ທ່ານ ນາງ ດາລາວອນ ຄຳຈັນ ນັກກິລາຫຼຽນຄຳ(ປະເພດດ່ຽວຍິງ)
ທ່ານ ນາງ ເມສາທິບ ດ້ວງເງິນ ນັກກິລາຫຼຽນເງິນ(ປະເພດດ່ຽວຍິງ)
ທ່ານ ເມລິສາ ປໍສະຫວັດດີ ນັກກິລາຫຼຽນທອງ (ປະເພດຄູ່ຍິງ).
Featured