Logo Image XYL

Featured

ສອບເສັງຄັດເລືອກນັກຮຽນພອນສະຫວັນ

459295717 375128468981037 8412444806386346427 nພະແນກສືກສາທິການ ແລະ ກິລາ ແຂວງ ຈັດການສອບເສັງຄັດເລືອກນັກຮຽນພອນສະຫວັນ
ໃນຕອນເຊົ້າຂອງວັນທີ 13 ກັນຍາ 2024 ນີ້້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດການສອບເສັງຄັດເລືອກເອົານັກຮຽນທີ່ເປັນຕົວແທນ ເຂົ້າຫ້ອງພອນສະຫວັນຂອງແຂວງ ເປັນກຽດ ເຂົ້າຮ່ວມຕັດຫົວບົດສອບເສັງ ໂດຍ ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ມີຜູ້ອຳນວຍການໂຮງຮຽນ, ຄູນຳພາ, ພະນັກງານວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍນ້ອງນັກຮຽນຈາກໂຮງຮຽນ ມສ ໄຊຍະ, ມສ ເອກະພາບ, ມສ ພັດທະນາ, ມສ ນາຍາວ, ມສ ນາມອນ, ມສ ຜາຊ້າງ ແລະ ມ ສນາຫຼາເຂົ້າຮ່ວມ.
ໃນພິທີ ທ່ານ ສຸກສົມ ບັນຈົງ ຮອງຫົວໜ້າ ຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຜ່ານກົດລະບຽບຂອງການສອບເສັງ, ແລະ ຜ່ານລາຍຊື່ຂອງນັກສອບເສັງ, ການສອບເສັງຄັ້ງນີ້: ມີນັກສອບເສັງທີ່ເປັນຕົວແທນ ມາຈາກ 7 ໂຮງຮຽນ ພາຍໃນເມືອງ ແລະ ແຂວງໄຊຍະບູລີ ຈຳນວນ 77 ນ້ອງ, ຍິງ 51 ນ້ອງ, ເຊິ່ງຈະໄດ້ຄັດເລືອກເອົາ 36 ນ້ອງ ທີ່ມີຄະແນນສູງຕາມເກນທີ່ວາງໄວ້, ເຊິ່ງວິຊາສອບເສັງມີ 2 ວິຊາຄື: ວິຊາພາສາລາວ- ວັນນະຄະດີ ແລະ ວິຊາຄະນິດສາດ ເປັນພາກອັດຕະໄນທັງໝົດ, ໃຊ້ເວລາສອບເສັງ 90 ນາທີ ຕໍ່ ວິຊາ.
ໃນຕອນທ້າຍຂອງພິທີ ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມນ້ອງນັກຮຽນ ແລະ ຄູອາຈານນຳພາດ້ວຍຄວາມເປັນຫ່ວງເປັນໄຍ ເພິ່ນໄດ້ເນັ້ນໜັກໃຫ້ນັກຮຽນເອົາໃຈໃສ່ໃນການສອບເສັງ ເພື່ອທີ່ຈະໄດ້ເປັນຕົວແທນຂອງໂຮງຮຽນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ໂຮງຮຽນ ແລະ ສັງຄົມ

ພະແນກສຶກສາທິການ ແລະ ກິລາແຂວງ