ກອງປະຊຸມຝຶກອົບຮົມປ້ອນຂໍ້ມູນລົງເວັບໄຊ໌ຂອງບັນດາກົມໃນສຳນັກງານກະຊວງສຶກສາທິການ ແລະ ກິລາ 05 ກົມກັບ1 ສູນ ( ກົມຈັດຕັ້ງ, ກົມປະກັນຄຸນນະພາບ,ກົມພະລະ,ກົມສຶກສາກ່ອນໄວຮຽນ,ກົມແຜນການ ແລະ ສູນສຶກສາຮຽນຮ່ວມ) ແລະ ພະແນກສຶກສາທິການ ແລະ ກິລາແຂວງ 06 ແຂວງ ( ແຂວງວຽງຈັນ,ແຂວງບໍລິຄຳໄຊ, ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງຫົວພັນ ) ທີ່ສູນຝຶກອົບຮົມຜູ້ບໍລິຫານການສຶກສາ ເມືອງວັງວຽງ ແຂວງວຽງຈັນ ໃນລະຫວ່າງວັນທີ 17-21 ກັນຍາ 2024 ໂດຍການເປັນປະທານຂອງທ່ານ ພູເຂົາກ້າ ສັກລໍຄຳ ຜູ້ອຳນວນການສູນໄອຊີທີກະຊວງສຶກສາທິການ ແລະ ກິລາ, ມີຜູ້ອຳນວຍການສູນ,ຮອງສູນ ແລະ ວິຊາການເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 12 ທ່ານ.