ສໍາເລັດການສອບເສັງແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາຂັ້ນ ປ5, ມ4, ແລະ ມ7 ລະດັບແຂວງ ປະຈໍາປີ 2024-2025 ການແຂ່ງຂັນສອບເສັງນັກຮຽນເກັ່ງສາຍສາມັນສຶກສາ ປ5, ມ4, ແລະ ມ7 ທົ່ວແຂວງໄຊຍະບູລີທີ່ດໍາເນີນມາເປັນເວລາ 3 ວັນ ໃນຕອນເຊົ້າວັນທີ 5 ມີນາ 2025 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼຸບ ການແຂ່ງຂັນສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ປ5, ມ4 ແລະ ມ7 ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ສູນ, ຄູ-ອາຈານ, ພ້ອມດ້ວຍນ້ອງນັກຮຽນເກັ່ງເຂົ້າຮ່ວມ.
Featured
Admin
ຂ່າວສານທົ່ວໄປ
ພະແນກສຶກສາທິການ ແລະ ກິລາແຂວງ