ໃນວັນທີ 03 ມັງກອນ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດພິທີສະຫຼຸບຜົນສຳເລັດຂອງຄະນະນຳ,ຄູຝຶກ ແລະ ນັກກິລາແຂວງໄຊຍະບູລີ ໃນການເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ່ VII ທີ່ແຂວງສາລະວັນເປັນເຈົ້າພາບ.
ໂດຍການເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນການ,ກົມກອງ,ອົງການ ພ້ອມດ້ວຍບັນດາປະທານ, ຮອງປະທານນັກກິລາແຕ່ລະປະເພດຄູຝຶກ, ນັກກິລາ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນພິທີ ທ່ານ ອິນທີ ຈັນປະເສີດເຮີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ໄດ້ລາຍງານຜ່ານການເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ່ VII ທີ່ແຂວງສາລະວັນເປັນເຈົ້າພາບ. ສຳລັບແຂວງໄຊຍະບູລີ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນກິລາໃນຄັ້ງນີ້ປະກອບມີ 07 ປະເພດກິລາຄື: ບານເຕະ(ຊາຍ),ບານສົ່ງ (ຍິງ,ຊາຍ ), ໜ້າເກັກ, ໝາກແລ້, ແລ່ນ - ລານ, ເປຕັງແລະ ດອກປີກໄກ່, ຜ່ານການແຂ່ງຂັນແຂວງໄຊຍະບູລີສາມາດຍາດໄດ້ 07 ຫຼຽນຄຳ, 09 ຫຼຽນທອງແດງ ລວມເປັນ 16 ຫຼຽນ ຈັດຢູ່ອັນດັຍທີ 08 ຂອງທົ່ວປະເທດ. ດັ່ງນັ້ນທ່ານ ດາວສິດ ທີແກ້ວ ຮອງຫົວໜ້າພະແນກພາຍໃນແຂວງໄຊຍະບູລີ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການມອບໃບຍ້ອງຍໍ, ໃບຊົມເຊີຍໃຫ້ແກ່ປະທານສະມາຄົມກິລາ ແຕ່ລະປະເພດຄູຝຶກ, ນັກກິລາ ແລະ ຜູ້ສະໜັບສະໜູນພ້ອມດ້ວຍເງີນສົດໃຫ້ແກ່ນັກກິລາ, ຄູຝຶກ ທີ່ໄດ້ຮັບຫຼຽນແຕ່ລະປະເພດ ເຊິ່ງຂື້ນມອບໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ທັງນີ້ກໍ່ເພື່ອເປັນການຊຸກຍູ້ກຳລັງໃຊໃຫ້ແກ່ຄູຝຶກ, ນັກກິລາໃນການປະກອບສ່ວນທຸ້ມເທສະຕິປັນຍາ, ເຫື່ອແຮງເຂົ້າໃນການແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ່ VII ທີ່ແຂວງສາລະວັນເປັນເຈົ້າພາບ. ທີ່ໄດ້ສ້າງປະຫວັດສາດ, ສ້າງຊື່ສຽງນຳເອົາຊື່ສຽງມາສູ່ແຂວງໄຊຍະບູລີຢ່າງສົມກຽດ.