Logo Image XYL

Featured

ນຳ​ສົ່ງ​ນັກ​ກິ​ລາ​ໄປ​ຮ່ວມ​ແຂ່ງ​ຂັນ​ກິ​ລາ​ນັກ​ຮຽນມັດ​ທະ​ຍົມ ທົ່ວ​ປະ​ເທດ ຄັ້ງ​ທີ່ VII ທີ່​ແຂວງ​ສາ​ລະ​ວັນ

6.12.24

ໃນຕອນເຊົ້າ ຂອງ ວັນທີ 6 ທັນວາ 2024 ທີມນັກກິລາ ບານສົ່ງຍິງ-ຊາຍ ແລະ ທີມນັກກິລາ ໜ້າເກັກ ຍິງ-ຊາຍ ແຂວງໄຊຍະບູລີ ໄດ້ອອກເດີນທາງ ເພື່ອເຂົ້າຮ່ວມມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ່ VII ທີ່ແຂວງສາລະວັນ, ໃຫ້ກຽດພົບປະ ແລະ ໂອ້ລົມກ່ອນອອກເດີນທາງ ໂດຍ ທ່ານ ບຸນມາ ບຸນຊູຮັກ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງແຂວງ, ປະທານສະຫະພັນບານສົ່ງ, ທ່ານ ຄຳຫຼ້າ ຜິວວັນນາ ຫົວໜ້າຫ້ອງວ່າການແຂວງ ແລະ ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄູອາຈານ ແລະ ພໍ່ ແມ່ ພີ່ ນ້ອງ ນັກຮຽນກໍ່ໄດ້ພາກັນມາໃຫ້ກຳລັງໃຈນັກກິລາ ກ່ອນອອກເດີນທາງ, ໃນການພົບປະໂອ້ລົມຄັ້ງນີ້ ທ່ານ ບຸນມາ ບຸນຊູຮັກ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ປະທານສະຫະພັນບານສົ່ງ ກໍໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນແມ່ນ ເນັ້ນໜັກໃຫ້ ຄູເຝິກ ແລະ ນັກກິລາ ເອົາໃຈໃສ່ ຕໍ່ການຝຶກຊ້ອມ, ມີສະຕິບໍ່ໃຫ້ປະລະຕໍ່ການແຂ່ງຂັນ, ຮູ້ຮັບຜິດຊອບ, ມີຄວາມສາມັກຄີ ຕັ້ງໃຈສຸມທຸກສະຕິປັນຍາໃສ່ ໃຫ້ສຸດຄວາມສາມາດ ແລະ ເຂົ້າຮ່ວມການແຂ່ງຂັນຢ່າງມີຄວາມເບີກບານມ່ວນຊື່ນ ແລະ ມີຜົນສຳເລັດ ຍາດເອົາໄຊຊະນະກັບມາສູ່ ບ້ານ ເມືອງ ແຂວງ ຕາມຄວາມມຸ້ງຫວັງ.

ພະແນກສຶກສາທິການ ແລະ ກິລາແຂວງ