ໃນຕອນເຊົ້າຂອງວັນທີ 4.12.2024 ທີມນັກກິລາບ້ານແຕະແຂວງໄຊຍະບູລີ ອອກເດີນທາງເພື່ອເຂົ້າຮ່ວມງານມະຫາກຳນັກຮຽນມັດທະຍົມທົ່ວປະເທດຄັ້ງທີ VII ທີ່ແຂວງສາລະວັນ, ກ່ອນອອກເດີນທາງ ທ່ານ ຄຳຫລ້າ ຜິວວັນນາ ໄດ້ໃຫ້ກຽດໂອລົມ ເພື່ອກະຕຸກຊຸກຍູ້, ໃຫ້ກຳລັງໃຈນັກກິລາ ແລະ ເນັ້ນຫນັກບາງຈຸດເປັນຕົ້ນແມ່ນ ໃຫ້ນັກກິລາ ຕັ້ງໃຈຝຶກຊ້ອມ,ມີຄວາມສາມັກເປັນຈິດຫນຶ່ງໃຈດຽວກັນ ແລະ ພ້ອມກັນປະຕິບັດຫນ້າທີເພື່ອຍາດເອົາລາງວັນໃຫ້ໄດ້ຕາມຄວາມຫວັງຕັ້ງໃຈ.