Logo Image XYL

Featured

ກອງປະຊຸມຫາລື ແລະ ກະກຽມເຂົ້າຮ່ວມແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII

 

466001816 415868398240377 3921989956093274207 n ກອງປະຊຸມຫາລື ແລະ ກະກຽມເຂົ້າຮ່ວມແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII
ໃນຕອນເຊົ້າວັນທີ 7 ພະຈິກ 2024 ນີ້ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຫາລື ແລະ ກະກຽມເຂົ້າຮ່ວມແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII ພາຍໃຕ້ການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ປະທານຄະນະສະພັນກິລາແຕ່ລະປະເພດ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມບາງຕອນທ່ານໄດ້ກ່າວວ່າ: ກອງປະຊຸມຄົ້ນຄວ້າປະເພດກິລາທົ່ວປະເທດ ໄດ້ຈັດຂຶ້ນທີ່ແຂວງສາລະວັນ ແລະ ໄດ້ຕົກລົງຮັບເອົາປະເພດກິລາເຂົ້າບັນຈຸແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII ຈໍານວນ 12 ປະເພດກິລາຄຶ:1.ບານເຕະ, 2. ບານສົ່ງໃນຮົ່ມ ແລະ ຫາດຊາຍ, 3. ກະຕໍ້, 4.ບານບ້ວງ, 5.ແລ່ນ- ລານ, 6.ປິ່ງປ່ອງ, 7.ໝາກແຫຼ້, 8.ໝາກເສິກ, 9.ໜ້າເກັກ, 10.ເປຕັງ, 11.ເທັກຄວັນໂດ ແລະ 12. ດອກປີກໄກ່. ໃນນີ້ມີກິລາພາກບັງຄັບ (ແຕ່ລະແຂວງໄດ້ສົ່ງເຂົ້າຮ່ວມແຂ່ງຂັນຄື:ກິລາ ແລ່ນ-ລານ) ແລະ ການເຂົ້າຮ່ວມແຂ່ງຂັນກິລາບານເຕະອາຍຸບໍ່ເກີນ 17 ປີ ທີ່ແຂວງອຸດົມໄຊເປັນເຈົ້າພາບໃນວັນທີ 11-15 ພະຈິກ2024 ນີ້ ແຂວງໄຊຍະບູລີ ແມ່ນໄດ້ຕົກລົງເອົາ7ປະເພດຄື: 1) ບານເຕະ(ຊາຍ), 2) ບານສົ່ງໃນຮົ່ມ ຫາດຊາຍ (ຍິງ-ຊາຍ), 3)ດອກປີກໄກ່ (ຍິງ-ຊາຍ), 4)ເປຕັງ (ຍິງ-ຊາຍ), 5)ໜ້າເກັກ (ຍິງ-ຊາຍ), 6)ແລ່ນ- ລານ(ຍິງ-ຊາຍ), 7)ໝາກແລ້(ຍິງ-ຊາຍ) ມີຄະນະນໍາ 5 ທ່ານ, ຄູຝຶກ, ຊ່ວຍຄູຝຶກ 28ທ່ານ, ນັກກິລາ 7 ປະເພດ 88ນ້ອງ ລວມທັງໝົດ 140 ທ່ານ. ຈາກນັ້ນ ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ການກະກຽມເຂົ້າຮ່ວມແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເພື່ອໃຫ້ກອງປະຊຸມດັ່ງກ່າວໄດ້ຮັບຜົນຕາມທີ່ວາງໄວ້

ພະແນກສຶກສາທິການ ແລະ ກິລາແຂວງ