ໃນຕອນເຊົ້າຂອງວັນທີ 30 ພະຈິກ 2024 ນີ້ ທີ່ສະໜາມຕີກ໊ອບອ່າງນໍ້າຕຽນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນຕີກ໊ອບຊິງຂັນຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໄຊຍະບູລີ ເຊີ່ງປະກອບມີສາຍວີໄອພີ ( VIP) ສາຍ ກ, ສາຍ ຂ ແລະ ສາຍ ຄ, ຜົນການແຂ່ງຂັນປະກົດວ່າ ສາຍ ( VIP ) ທີ I : ທ່ານ ຄໍາສີ ແພງສະຫວັນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງີນສົດ 800.000 ກີບ, ທີ II ທ່ານ ຄໍາແກ້ວ ຈັນທະສັກ ເປັນເງີນສົດ 700.000 ກີບ, ທີ III ທ່ານ ຄໍາແພງ ເພັດ ຮັບເງີນສົດ 500.000 ກີບ, ສາຍ ກ ທີ I : ທ່ານ ພົງແກ້ວ ບຸນຍາວົງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງີນສົດ 800.000 ກີບ, ທີ II ທ່ານ ສົມບຸນ ບຸນຈະເລີນ ໄດ້
ຮັບເງີນສົດ 700.000 ກີບ, ທີ II ທ່ານ ພອນສີ ດາລາແສນ ຮັບເງີນສົດ 500.000 ກີບ , ສາຍ ຂ ທີ I : ທ່ານ ທອງເສີດ ສີຫາ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງີນສົດ 800.000 ກີບ, ທີ II ທ່ານ ສົມບູນ ແສງກັນນາລີ ໄດ້ຮັບເງີນສົດ 700.000 ກີບ, ທີ III ທ່ານ ວິລະເດດ ໄດ້ຮັບເງີນສົດ 500.000 ກີບ, ສາຍ ຄ ທີ I : ທ່ານ ຄໍາອ້າຍ ໄຊຄໍາມູນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງີນສົດ 800.000 ກີບ, ທີ II ທ່ານ ດວງເດດ ໄດ້ຮັບເງີນສົດ 700.000 ກີບ, ແລະ ທີ III ທ່ານ ຊົງປະດິດ ໄດ້ຮັບເງີນສົດ 500.000 ກີບ ຈຸດປະ
ສົງກໍເພື່ອເປັນການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ທັງເປັນການລະດົມທືນໃຫ້ນັກກິລາ ນັກຮຽນທີ່ຈະໄປແຂ່ງຂັນ ກິລານັກຮຽນທົ່ວປະເທດ ທີ່ແຂວງສາລະວັນ ເປັນເຈົ້າພາບທີ່ຈະມາເຖີງໃນມໍ່ໆນີ້.
Featured