ນັກກິລາແຂວງໄຊຍະບູລີ ເຂົ້າຮ່ວມການແຂ່ງຂັນກິລາດອກປີກໄກ່ ຊິງແຊມທົ່ວປະເທດ ຄັ້ງທີ XXIII ປີ 2024 ລະຫວ່າງ ວັນທີ 22-24 ສິງຫາ 2024 ທີ່ນະຄອນຫລວງວຽງຈັນ. ສາມາດຍາດໄດ້ຫຼຽນລາງວັນທັງຫມົດຈຳນວນ 04 ຫຼຽນ(1,5 ຫຼຽນຄຳ,1 ຫຼຽນເງິນ 1,5 ຫຼຽນທອງ)ມາໃຫ້ແຂວງໄຊຍະເຮົາ ແລະ ໃນວັນທີ 29 ສິງຫາ 2024 ນີ້ ທ່ານ ເພັດພິໄຊ ສູນວິໄລ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນຳວຽກງານວັດທະນະທຳ- ສັງຄົມ ທົ່ວແຂວງ ໄດ້ໃຫ້ກຽດມອບໃບຍ້ອງຍໍຂອງແຂວງ ຈຳນວນ 05 ໃບ ໃຫ້ສະຫະພັນ, ຄູຝຶກ ແລະ ນັກກິລາ ຂອງແຂວງໄຊຍະບູລີ ທີ່ມີຜົນງານດີເດັ່ນໃນການແຂ່ງຂັນກິລາດອກປີກໄກ່ຊິງແຊມທົ່ວປະເທດຄັ້ງທີ XXIII ເຊິ່ງມີລາຍຊື່ດັ່ງນີ້:
ທ່ານ ສຸພາບ ແສງກັນນາລີ ສະຫະພັນດອກປີກໄກ່
ທ່ານ ພິລະໄຊ ສີບຸນມາ ຄູຝຶກດອກປີກໄກ່
ທ່ານ ນາງ ດາລາວອນ ຄຳຈັນ ນັກກິລາຫຼຽນຄຳ(ປະເພດດ່ຽວຍິງ)
ທ່ານ ນາງ ເມສາທິບ ດ້ວງເງິນ ນັກກິລາຫຼຽນເງິນ(ປະເພດດ່ຽວຍິງ)
ທ່ານ ນາງ ເມລິສາ ປໍສະຫວັດດີ ນັກກິລາຫຼຽນທອງ (ປະເພດຄູ່ຍິງ).
Featured